(VOVWORLD) - ບັນດາການພົບປະເຈລະຈາ, ພົບປະໂອ້ລົມ, ການພົບປະການນຳຂັ້ນສູງ, ສອງຝ່າຍຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດ ໃນການປັບປຸງ ແລະ ເພີ່ມທະວີການພົວພັນອັນຍີ່ງໃຫ່ຍ, ຄວາມສາມັກຄີແບບພິດເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ. ສອງຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະການນຳຂັ້ນສູງ ແລະ ທຸກຂັ້ນພາຍໃຕ້ບັນດາຮູບການຢ່າງມີໄຫວພິບ, ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັນສູງຢ່າງມີປະສິດທິຜົນ.