(VOVWORLD) -ຕອນບ່າຍວັນທີ 3 ເມສາ 2020, ຢູ່ຮ່າໂນ້ຍ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມໄດ້ດຳເນີນການມອບອຸປະກອນການແພດ, ເຊິ່ງແມ່ນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ລັດຖະບານ ແລະ ປະຊາຊົນລາວ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍເພື່ອໜູນຊ່ວຍໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid– 19.