(VOVWORLD) -ເຫ້ວ, ຊຶ່ງແມ່ນກຸງເກົ່າຂອງລາດຊະວົງຫງວຽນ-ລາດຊະວົງລາຊາທິປະໄຕສະໄໝສຸດທ້າຍໃນປະຫວັດສາດຂອງຊາດຫວຽດນາມດ້ວຍໄລຍະຄົງຕົວ 143 ປີ, ໄດ້ເກັບຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ອຸດົມສົມບູນ, ຊຶ່ງລວມມີລະບົບກຳແພງ, ລາດຊະວັງ, ຫໍໂຮງບູຊາ, ວິຫານ, ສຸສານ, ທິວທັດທຳມະຊາດ, ວັດທະນະທຳອາຫານການກິນຕະຫຼອດຮອດບັນດາປະເພດສິລະປະດົນຕີ ແລະ ງານບຸນປະເພນີທີ່ເປັນເອກະລັກ. ພາລະກິດອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາມໍລະດົກວັດທະນະທຳນີ້ໃນໄລຍະກວ່າ 20ປີ ທີ່ຜ່ານມາໄດ້ບັນລຸບັນດາໝາກຜົນທີ່ດີງາມ