(VOVWORLD) - ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ຫວຽດນາມ ແມ່ນວັນໄຫວ້ບູຊາເຈົ້າຊີວິດຮຸ່ງ, ເຊິ່ງເປັນວັນບຸນສຳຄັນເພື່ອໃຫ້ປະຊາຊົນ ຫວຽດນາມ ອາໄລຫາຈາລຶກຄຸນງາມຄວາມດີໃນການສ້າງສາປະເທດຊາດຂອງບັນດາເຈົ້າຊີວິດຮຸ່ງ. ພິທີໄຫວ້ບູຊາ ເຈົ້າຊີວິດຮຸ່ງ ຍັງເປັນສັນຍາລັກຂອງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ, ຢັ້ງຢືນໃຫ້ເຫັນວ່າ ປະຊາຊົນ ຫວຽດນາມ ມີກົກເຄົ້າອັນດຽວກັນ. ນີ້ແມ່ນປັດໄຈທາງດ້ານຈິດໃຈທີ່ສຳຄັນເພື່ອສ້າງແຫຼ່ງກຳລັງແຮງສັງລວມໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ນຳປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນ.