logo

16/06/2024
ປຸກ​ລຸກ​ນ້ຳ​ໃຈ​ startup ໃນ​ໝູ່​ນັກ​ຮຽນ, ນັກ​ສຶກ​ສາ

(VOVWORLD) - ມີຫຼາຍຮູບແບບສະຕາດອັບ (start up), ປະດິດຄິດສ້າງທີ່ເປັນເອກະລັກ, ມີລັກສະນະໝູນໃຊ້ສູງ ໂດຍນັກຮຽນ, ນັກສຶກສາໃນທົ່ວປະເທດແນະນຳໃນວັນບຸນສະຕາດອັບແຫ່ງຊາດຂອງນັກຮຽນ, ນັກສຶກສາ ຄັ້ງທີ VI, ເຊິ່ງໄດ້ດຳເນີນຢູ່ນະຄອນ ເກີ່ນເທີ ໃນກາງເດືອນພຶດສະພາຜ່ານມາ. ວັນບຸນດັ່ງກ່າວໄດ້ກາຍເປັນເວທີແຫ່ງພູມປັນຍາ, ເຊີດຊູຄວາມສາມາດປະດິດຄິດສ້າງ, ຜົນງານຂອງນັກຮຽນ, ນັກສຶກສາ, ພ້ອມທັບປຸກລຸກນ້ຳໃຈສະຕາດອັບ, ຄວາມຄາດຫວັງກໍ່ຮ່າງສ້າງຕົວ, ສ້າງອາຊີບ, ປະກອບສ່ວນເຮັດໃຫ້ນັກຮຽນ, ນັກສຶກສາປ່ຽນແປງຈິນຕະນາການ, ຄວາມຮັບຮູ້, ກ້າຄິດ, ກ້າທຳ ແລະ ເສີມຂະຫຍາຍກຳລັງຄວາມສາມາດຂອງຕົນ.







19/05/2024
ບ່ອນ​ເປີດ​ໂອ​ກາດ​ຮຽນ​ວິ​ຊາ​ຊີບ​ໃຫ້​ແກ່​ຊາວ​ໜຸ່ມ​ເຂ​ດ​ພູ​ສູງ
(VOVWORLD) - ຮ້ານຕັດຜົມ ມາຍລານ (Mai Lan Hair Salon) ຕັ້ງຢູ່ຖະໜົນ ລາກລອງກວນ, ຮ່າໂນ້ຍ ແມ່ນຮ້ານຕັດຜົມພິເສດ. ນີ້ບໍ່ພຽງແຕ່ແມ່ນບ່ອນທີ່ເຮັດບັນດາຊົງຜົມງາມໆໃຫ້ແກ່ທຸກຄົນເທົ່ານັ້ນ, ຫາກຍັງແມ່ນບ່ອນສອນອາຊີບເຮັດຜົມໂດຍບໍ່ເກັບຄ່າໃຫ້ແກ່ຊາວໜຸ່ມຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກຫຼາຍຄົນຢູ່ບາງທ້ອງຖິ່ນອີກດ້ວຍ. ການກະທຳດັ່ງກ່າວຂອງເອື້ອຍ ເຈິ່ນທິລານ, ເຈົ້າຂອງຮ້ານຕັດຜົມນັ້ນ ໄດ້ເລີ່ມດຳເນີນແຕ່ປີ 2021 ມາຮອດປັດຈຸບັນ, ດ້ວຍຄວາມປາດຖະໜາ ນຳມາເຊິ່ງການປ່ຽນແປງກ່ຽວກັບຄວາມຮັບຮູ້, ກໍຄືຊ່ວຍໃຫ້ບັນດາເພື່ອນໜຸ່ມຢູ່ເຂດພູສູງ ມີວຽກເຮັດງານທຳທີ່ເປັນປົກກະຕິ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຕົນເອງ ແລະ ຊ່ວຍເຫຼືອດ້ານເສດຖະກິດໃຫ້ແກ່ຄອບຄົວ.


11/05/2024
TEAM LEE ແລະ ວິ​ວັດ​ການ​ເຮັດ​ພາບ​ເຄິ່ງ​ຄີງ ນັກ​ຮົບ​ວິ​ລະ​ຊົນ 30 ຄົນ ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝູ
(VOVWORLD) - Team Lee (ທິມລີ) ລວມມີຊາຍໜຸ່ມ 12 ຄົນ ມາຈາກຫຼາຍແຂວງ, ນະຄອນ. ເຂົາເຈົ້າລ້ວນແຕ່ມີຄວາມເມົາມົວອັນດຽວກັນ ນັ້ນແມ່ນການປັບແຕ່ງພາບ ແລະ ເຮັດຮູບນັກຮົບເສຍສະຫຼະຊີວິດເພື່ອຊາດຄືນໃໝ່ໂດຍບໍ່ເກັບຄ່າ, ແນໃສ່ຊ່ວຍບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດບັນເທົາຄວາມໂສກເສົ້າເສຍໃຈ ແລະ ມີຮູບເພື່ອລະນຶກເຖິງຍາດພີ່ນ້ອງຂອງຕົນ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 7 ພຶດສະພາ 1954  7 ພຶດສະພາ 2024), ບັນດາສະມາຊິກໃນ Team Lee ໄດ້ໄປຍັງນະຄອນ ດ້ຽນບຽນ, ໂດຍຖືຮູບເຄິ່ງຄີຂອງນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນໃນບັ້ນຮົບດ້ຽນບຽນຝູ 30 ຄົນ ທີ່ໄດ້ຮັດໃໝ່ແລ້ວ ໄປມອບໃຫ້ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ.


VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ