(VOVWORLD) - ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 13 ໄດ້ອັດລົງໃນຕອນເຊົ້າວັນທີ 8 ຕຸລາ, ຢູ່ ຮ່າໂນ້ຍ. ແຕ່ລະບັນຫາຂອງກອງປະຊຸມໄດ້ຮັບການປຶກສາຫາລື, ຕັດສິນດ້ວຍຄວາມເປັນເອກະພາບສູງ, ໃນນັ້ນມີຫຼາຍເນື້ອໃນແກ່ນສານກ່ຽວຂ້ອງໂດຍກົງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ຕໍ່ເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງ, ຕໍ່ການຍົງສູງຊີວິດຂອງ ປຊຊ.