logo




16/01/2025
ສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາພວມມີການຢ້ຽມຢາມ ສ. ໂປໂລຍ, ສ. ເຊັກໂກ, ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 55 ເວທີປາໄສເສດຖະກິດໂລກ (WEF) ຢູ່ ດາໂວດ (Davos), ປະເທດ ສະວິດ ແລະ ເຮັດວຽກສອງຝ່າຍຢູ່ ສະວິດ ແຕ່ວັນທີ 15-23 ມັງກອນ. ການປະຕິບັດງານປະກອບສ່ວນເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນເລິກເຊິ່ງຂຶ້ນຕື່ມ, ຍົກສູງຖານະບົດບາດກວ່າອີກ ແລະ ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ, ສົ່ງສານກ່ຽວກັບຄວາມຕັດສິນໃຈ, ຄວາມຄາດຫວັງແຫ່ງການພັດທະນາຂອງຊາດ, ດຶງດູດບັນດາແຫລ່ງກຳລັງສາກົນຢ່າງສຸດຂີດ ຮັບໃຊ້ບັນດາຄາດໝາຍແຫ່ງການພັດທະນາປະເທດຊາດ.




26/12/2024
ການຫັນປ່ຽນຢ່າງຕັ້ງຫນ້າໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ

(VOVWORLD) - ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ ແມ່ນຫນ້າທີ່ການເມືອງພິເສດຂອງພັກ, ລັດ ຫວຽດນາມ. ຫວຽດນາມ ໄດ້ວາງຄາດໝາຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມໃນຂອບເຂດທົ່ວປະເທດໃນປີຫນ້າ. ມາຮອດປະຈຸບັນ, ມີເຮືອນຫລັງໃຫມ່ຫລາຍຫລັງໄດ້ກໍ່ສ້າງສຳເລັດ, ມີອີກຫລາຍຫລັງພວມຮີບເຮັ່ງໄດ້ຮັບການກໍ່ສ້າງ, ຢັ້ງຢືນເຈດຈຳນົງ, ຄວາມຕັດສິນໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນ ໃນການປະຕິບັດພາລະກິດແຫ່ງການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ພັດທະນາແບບຍືນຍົງ.        





21/11/2024
ການສຶກສາ ຍັງຄົງແມ່ນລັດຖະນະໂຍບາຍແຖວຫນ້າໃນສັງກາດໃຫມ່

(VOVWORLD) - ໃນປະຫວັດສາດ ຫວຽດນາມ, ການສຶກສາ ມີບົດບາດພິເສດສຳລັບຜົນງານອັນພົ້ນເດັ່ນແຫ່ງການພັດທະນາຂອງປະເທດຊາດ.  ໃນສະພາບການໂລກ ພວມຢູ່ໃນໄລຍະປ່ຽນແປງທີ່ມີລັກສະນະຍຸກສະໄຫມ, ການແກ່ງແຍ່ງດ້ານຄຸນນະພາບແຫລ່ງຊັບພະຍາກອນມະນຸດ ຈະຕັດສິນຊີ້ຂາດກາລະໂອກາດພັດທະນາຂອງແຕ່ລະປະເທດ, ບົດບາດຂອງການສຶກສາຍິ່ງມີຄວາມສຳຄັນ, ໂດຍໄດ້ຮັບການກຳນົດວ່າແມ່ນລັດຖະນະໂຍບາຍແຖວຫນ້າ ເມື່ອຫວຽດນາມ ກ້າວເຂົ້າສູ່ສັງກາດໃຫມ່. ສິ່ງນີ້ ໂດຍແມ່ນບັນດາການນຳ ຫວຽດນາມ ຢັ້ງຢືນຢ່າງຈະແຈ້ງໃນບັນດາບົດກ່າວປາໄສຫວ່າງແລ້ວນີ້ ເນື່ອງໃນໂອກາດວັນຄູ ຫວຽດນາມ ທີ 20 ພະຈິກ.


VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ