(VOVWORLD) - ວັນທີ 9 ພະຈິກ ທຸກປີ ແມ່ນວັນກົດໝາຍຫວຽດນາມ, ວັນເຊີດຊູລັດຖະທຳມະນູນ, ກົດໝາຍ, ການສຶກສາສະຕິເຄົາລົບກົດໝາຍໃຫ້ທຸກຄົນໃນສັງຄົມ.ພາຍຫລັງເກືອບ 40 ປີແຫ່ງການປ່ຽນແປງໃຫມ່ປະເທດຊາດ, ລະບົບກົດໝາຍຫວຽດນາມໄດ້ມີການດັດປັບບັນດາຂົງເຂດຂອງຊີວິດ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການຄຸ້ມຄອງ ແລະ ການພັດທະນາປະເທດຊາດໃຫ້ນັບມື້ນັບດີກວ່າ. ຕໍ່ຫນ້າກາລະໂອກາດພັດທະນາໃຫມ່ຂອງປະເທດຊາດ, ເລື່ອງສ້າງກົດໝາຍ ພວມຮຽກຮ້ອງຕ້ອງມີຈິນຕະນາການໃຫມ່ໃນການສ້າງກົດໝາຍ, ແກ້ໄຂບັນຫາອຸດຕັນຂອງແຫ່ລງກຳລັງເພື່ອພັດທະນາ.