logo

80 ປີ​ແຫ່ງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ: ພະ​ຍານຫຼັກ​ຖານ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຫວຽດ​ນາມ

2025/8/19 | 08:53:29
(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາສຳເລັດຜົນ (19/8/1945 – 19/8/2025), ສື່ເອເລັກໂຕນິກ ຂອງໜັງສືພິມປະຊາຊົນ ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ, ສະບັບອອກວັນທີ 18 ສິງຫາ ໄດ້ລົງບົດຂຽນດ້ວຍຫົວຂໍ້: “ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນໃຫ້ແກ່ພາລະກິດສ້າງສາປະເທດຊາດ”. 
ທ່ານ ເຈິງຈຽນກົວ, ເລຂານຸການໃຫຍ່ສະມາຄົມວິທະຍາ Charhar, ອົງການຄົ້ນຄວ້າ (Think – tank) ທີ່ມີຊື່ສຽງຂອງ ຈີນ 

ໜັງສືພິມປະຊາຊົນ ເນັ້ນໜັກວ່າ ໄຊຊະນະຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນໃຫ້ແກ່ບັນດາຜົນສຳເລັດຂອງຫວຽດນາມ ໃນພາລະກິສ້າງສາ ແລະ ພັດທະນາປະເທດຊາດ, ແມ່ນພະຍານຫຼັກຖານພິສູດໃຫ້ເຫັນການປະຕິບັດແນວທາງຢ່າງຖືກຕ້ອງ, ການນຳພາຢ່າງສະຫຼາດສ່ອງໃສ ແລະ ວິໄສທັດຍຸດທະສາດຂອງພັກ ແລະ ປະທານ ໂຮ່ຈີມິນ; ຢັ້ງຢືນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳຈີນ, ທ່ານ ເຈິງຈຽນກົວ, ເລຂານຸການໃຫຍ່ສະມາຄົມວິທະຍາ Charhar, ອົງການຄົ້ນຄວ້າ (Think – tank) ທີ່ມີຊື່ສຽງຂອງ ຈີນ, ຢັ້ງຢືນວ່າ:

“ບໍ່ວ່າຈະແມ່ນການພັດທະນາເສດຖະກິດ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນ, ການປະຕິຮູບການສຶກສາ ຫຼື ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຫວຽດນາມ ລ້ວນແຕ່ບັນລຸໄດ້ບັນດາຄວາມກ້າວໜ້າຢ່າງໃຫຍ່ຫຼວງ. ຍິ່ງໄປກວ່ານັ້ນ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ ກໍໄດ້ຮັບການຍົກສູງຂຶ້ນຫຼາຍພໍສົມຄວນ. ດັ່ງນັ້ນ, ຂ້າພະເຈົ້າຖືວ່າ, ການພັດທະນາຂອງ ຫວຽດນາມ ທັງນຳມາເຊິ່ງໝາກຜົນໃຫ້ແກ່ປະຊາຊົນ ຫວຽດນາມ ເອງ, ທັງປະກອບສ່ວນໃຫ້ແກ່ປະຊາຊົນ ອາຊີ, ພິເສດແມ່ນໃນໂລກອີກດ້ວຍ. ການພັດທະນາຂອງ ຫວຽດນາມ ກໍປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນສັນຕິພາບ ແລະ ການພັດທະນາຂອງທົ່ວໂລກ”.

TAG
VOV/VOVworld/ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງຫາ/ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນ​ທັງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ