logo

Fed ຕັດສິນໃຈຮັກສາອັດຕາດອກເບ້ຍໄວ້ຄືເກົ່າ

2026/3/19 | 09:15:07
(VOVWORLD) - ພາຍຫຼັງການລົງຄະແນນສຽງດ້ວຍອັດຕາ 11 – 1, Fed ໄດ້ຕົກລົງຮັກສາອັດຕາດອກເບຍຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນກໍ່ເປີດຄວາມສາມາດຫຼຸດຜ່ອນອັດຕາດອກເບ້ຍໃນທ້າຍປີນີ້.
ທ່ານປະທານກົມສະສົມສະຫະລັດ ອາເມລິກາ Jerome Powell
(ພາບ: REUTERS/Kevin Lamarque)

        ວັນທີ 18 ມີນາ, ກົມສະສົມສະຫະລັດ ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍຄືດັ່ງການຄາດຄະເນ, ໃນສະພາບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ຍັງພວມປະເຊີນໜ້າກັບສະພາບໄພເງິນເຟີ້ທີ່ແກ່ຍາວ, ຄວາມຕ້ອງການດ້ານແຮງງານຫຼຸດລົງ ແລະ ແງ່ຫວັງການເຕີບໂຕ “ບໍ່ແນ່ນອນ” ຍ້ອນການປະທະກັນຢູ່ ຕາເວັນອອກກາງກ

        ພາຍຫຼັງການລົງຄະແນນສຽງດ້ວຍອັດຕາ 11 – 1, Fed ໄດ້ຕົກລົງຮັກສາອັດຕາດອກເບຍຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນກໍ່ເປີດຄວາມສາມາດຫຼຸດຜ່ອນອັດຕາດອກເບ້ຍໃນທ້າຍປີນີ້.

        ໃນຖະແຫຼງການໜຶ່ງ, Fed ໃຫ້ຮູ້ວ່າ: “ຜົນກະທົບຂອງບັນດາການຜັນແປຢູ່ ຕາເວັນອອກາງ ຕໍ່ກັບພື້ນຖານເສດຖະກິດ ອາເມລິກາ ແມ່ນສິ່ງທີ່ບໍ່ແນ່ນອນ”. Fed ຖືວ່າ “ຄວາມຂາດສະຖຽນລະພາບກ່ຽວກັບແງ່ຫວັງດ້ານເສດຖະກິດຍັງຢູ່ລະດັບສູງ”. ພ້ອມກັນນັ້ນ, Fed ກໍ່ຍົກການຄາດຄະເນໄພເງິນເຟີ້ຂຶ້ນລະດັບ 2,7% ໃນທ້າຍປີນີ້, ພ້ອມທັງກ່າວເຕືອນຄວາມສ່ຽງເກີດສະພາບລາຄາຂຶ້ນລົງແບບຜິດປົກກະຕິ ຍ້ອນສົງຄາມຢູ່ ຕາເວັນອອກກາງ.

TAG
VOV/VOVworld/​ສະ​ຖ​ຽນ​ລະ​ພາບ/ແງ່​ຫວັງ/​ເສດ​ຖະ​ກິດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ