logo

UAE ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

2026/3/17 | 11:20:21
(VOVWORLD) - ຕອນບ່າຍວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Bader Abdullah Almatrooshi ເອກອັກຄະລັດຖະທູດ ສະຫະລັດ ອາຣັບ ເອມມີເລດ ປະຈຳ ຫວຽດນາມ. 
ບັນຍາກາດຂອງການຕ້ອນຮັບ

ນະທີ່ນີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ໃຫ້ການສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຮີບເຮັ່ງຊຸກຍູ້ບັນດາເນື້ອໃນຮ່ວມມື, ໃນນັ້ນ ມີການຜັນຂະຫຍາຍສະໜອງນ້ຳມັນອາຍແກັດໃຫ້ແກ່ ຫວຽດນາມ; ຫວຽດນາມ ປາດຖະໜາວ່າ ຈະໄດ້ຮັບປະລິມານນ້ຳມັນງວດທຳອິດຈາກ UAE ໃນໄວໆນີ້.

        ສ່ວນທ່ານ Bader Abdullah Almatrooshi ເອກອັກຄະລັດຖະທູດ ສະຫະລັດ ອາຣັບ ເອມມີເລດ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໄດ້ຮັບຂໍ້ສະເໜີຈາກ ຫວຽດນາມ ແລະ ພວມແກ້ໄຂຂໍ້ສະເໜີກ່ຽວກັບການຜັນຂະຫຍາຍສະໜອງນ້ຳມັນອາຍແກັດໃຫ້ແກ່ ຫວຽດນາມ ຕາມຄວາມຕ້ອງການ, ຮັບປະກັນ “ຄວາມປອດໄພ ແລະ ຖືກຕ້ອງຕາມກຳນົດເວລາ”; ພ້ອມທາງໃຫ້ຄຳໝັ້ນສັນຍາຢ່າງສູງ ຈະຜັນຂະຫຍາຍເພື່ອໜູນຊ່ວຍ ຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ. ຊຸກຍູ້ບັນດາວິສາຫະກິດຂອງ UAE ລົງທຶນການເງິນເຂົ້າສູນການເງິນສາກົນຢູ່ ຫວຽດນາມ; ຫັນເປົ້າໝາຍການຄ້າສອງຝ່າຍບັນລຸ 10 ຕື້ USD ໃຫ້ປະກົດຜົນເປັນຈິງໃນໄລຍະໄວທີ່ສຸດເທົ່າທີ່ໄວໄດ້.

        ພ້ອມທັງໃຫ້ຮູ້ວ່າ ມີບັນດາມາດຕະການແກ້ໄຂເພື່ອສະໜັບສະໜູນການເຄື່ອນໄຫວຂອງເຮືອບິນຂົນສົ່ງສິນຄ້າ ຫວຽດນາມ, ຫຼຸດຜ່ອນຄວາມຫຍຸ້ງຍາກດ້ານນ້ຳມັນ, ຊ່ວຍສິນຄ້າສືບຕໍ່ຈະລາຈອນຢ່າງລຸລ່ວງ; ພ້ອມທັງສະເໜີໃຫ້ ຫວຽດນາມ ກ່າວປະນາມບັນດາການກະທຳສົງຄາມບຸກໂຈມຕີສາມັນຊົນ, ບັນດາເປົ້າໝາຍພົນລະເຮືອນ.

TAG
VOV/VOVworld/UAE/ບຸກໂຈມຕີສາມັນຊົນ/ນ້ຳ​ມັນ/ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ