ໂດຍນອນຢູ່ໃກ້ກັບເຂດແຄມຝັ່ງທະເລສີຟ້າໃສ, ຢູ່ໃຕ້ຮົ່ມຕົ້ນສົນທີ່ມີສີຂຽວອຸ່ມທຸ່ມ, ໝູ່ບ້ານຊາວປະມົງ ຊວັນອຽນ ຕາແສງ ຕຽນດ່ຽນ, ແຂວງ ຮ່າຕິ້ງ ຊື່ງແມ່ນໝູ່ບ້ານຊາວປະມົງນ້ອຍແຄມທະເລແຫ່ງໜຶ່ງທີ່ມີຄວາມງາມແບບຮົກເຮື້ອ, ລຽບງ່າຍ, ສະຫງົບງຽບທີ່ບໍ່ແມ່ນແຫ່ງໃດກໍ່ມີ. ຍາມຮຸ່ງອາລຸນຢູ່ແຫ່ງນີ້ໄດ້ປຸກລຸກດ້ວຍສຽງເຮືອຈັກທີ່ດັງກ້ອງຈາກທະເລ, ເມື່ອບັນດາເຮືອຫາປາໄດ້ກັບຄືນມາພາຍຫຼັງຫຼາຍວັນຄືນໄດ້ອອກສູ່ທະເລ.
ຍາມຮຸ່ງເຊົ້າຂອງແຕ່ລະວັນ, ເມື່ອດວງຕາເວັນຂຶ້ນ, ແສງແດດເຫຼືອງປົກຄຸມໄປທົ່ວໜ້ານ້ຳທະເລ, ຂະບວນເຮືອຫາປາໄດ້ພາກັນເຂົ້າທຽບຝັ່ງ. ທ່າເຮືອພັດມີຄວາມອຶກກະທຶກຄຶກໂຄມ, ປາ, ກຸ້ງສົດໆໄດ້ຈັດແບ່ງປະເພດຢ່າງວ່ອງໄວເພື່ອຈະສາມາດສົ່ງໄປຂາຍຢູ່ຕະຫຼາດຍາມເຊົ້າໃຫ້ທັນ.
ຢູ່ທ່າເຮືອ, ຜົວເມຍອ້າຍ ເຈິ່ນວັນເກືອງ ແລະ ເອື້ອຍ ເລທິນຸ ກຳລັງຟ້າວຟັ່ງສົ່ງບັນດາເຂັ້ງປາທຸກຊະນິດຂຶ້ນຝັ່ງ. ອ້າຍ ເກືອງ ແບ່ງປັນວ່າ:
ປີນີ້, ດິນຟ້າອາກາດເອື້ອຍອຳນວຍ. ໃນໄປຫາປາຄັ້ງນີ້, ຄອບຄົວຂ້າພະເຈົ້າໄດ້ປາ 20 ໂລພ້ອມກັບກຸ້ງ, ປູຫຼາຍຊະນິດ. ໄປຫາປາໄດ້ເຕັມເຮືອຄືແນວນີ້ ຊີວິດກໍ່ຈະດີກວ່າອີກ.
ນັ້ນແມ່ນການໄປທຳມາຫາກິນຂອງຊາວປະມົງແຄມທະເລ ຊວັນອຽນ ແຂວງ ຮ່າຕິ້ງ. ຊາວປະມົງຢູ່ນີ້ສ່ວນຫຼາຍໄດ້ໄປຫາປາຢູ່ໃກ້ຝັ່ງ ດ້ວຍເຮືອນ້ອຍ, ສະມັດຕະພາບຕ່ຳ. ແຕ່ລະມື້, ເຂົາເຈົ້າໄດ້ອອກໄປຫາປາແຕ່ເວລາ 1-2 ໂມງເຊົ້າ ແລະ ກັບຄືນມາເມື່ອດວງຕາເວັນຂຶ້ນ. ລູງ ຫງວຽນຊວັນຮ່າວ, ບ້ານ ອຽນງື, ຕາແສງ ຕຽນດ່ຽນ ຜູ້ທີ່ໄດ້ຕິດພັນກັບອາຊີບໄປຫາປາເປັນເວລາກວ່າ 50 ປີ ແບ່ງປັນວ່າ:
ຊີວິດຂອງຊາວປະມົງໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ຂ້າພະເຈົ້າຍາມໃດກໍ່ເຊື່ອໝັ້ນ ແລະ ຫວັງວ່າ ທະເລຈະມີປາ, ກຸ້ງຫຼາຍໆ ເພື່ອໃຫ້ຊີວິດນັບມື້ນັບດີກວ່າເກົ່າ. ລຸ້ນພໍ່ລຸ້ນອ້າຍ, ລຸ້ນຂ້າພະເຈົ້າລ້ວນແຕ່ໄດ້ຕິດພັນກັບທະເລ. ເຖິງວ່າຜິວໜັງໄດ້ດຳຄ້ຳລົງກໍ່ຕາມ ແຕ່ສຳລັບຊາວປະມົງພວກຂ້າພະເຈົ້າແລ້ວ ໄດ້ໄປອອກແຮງງານເພື່ອຊ່ວຍຄອບຄົວ, ສືບທອດລຸ້ນພໍ່ລຸ້ນອ້າຍກໍ່ແມ່ນຄວາມພາກພູມໃຈທີ່ສຸດ.
ເຖິງວ່າອາຊີບໄປຫາຢູ່ນອກຝັ່ງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ສຳລັບຊາວປະມົງ, ທະເລບໍ່ພຽແຕ່ແມ່ນບ່ອນເພື່ອທຳມາຫາກິນເທົ່ານັ້ນ, ຫາກຍັງແມ່ນມູນເຊື້ອທີ່ໄດ້ສືບທອດກັນມາແຕ່ລຸ້ນນີ້ໄປສູ່ລຸ້ນອື່ນໆອີກດ້ວຍ. ໂດຍໄດ້ສືບທອດອາຊີບຂອງລຸ້ນກ່ອນ, ຊາວໜຸ່ມຫຼາຍຄົນຂອງໝູ່ບ້ານຊາວປະມົງ ຊວັນອຽນ ກໍ່ໄດ້ຕິດພັນກັບທະເລນັບແຕ່ຄາວເປັນເຍົາວະຊົນ.
ໝູ່ບ້ານຊາວປະມົງ ຊວັນອຽນ ມີ 500 ຄອບຄົວ, ດຳລົງຊີວິດສ່ວນຫຼາຍດ້ວຍອາຊີບຫາສິນທະເລ. ທົ່ວຕາແສງມີເຮືອ, ກຳປັ່ນ 300 ລຳໄດ້ຈົດທະບຽນເຄື່ອນໄຫວ, ສ່ວນຫຼາຍແມ່ນເຮືອມີສະມັດຕະພາບນ້ອຍ, ໄດ້ຫາປາຢູ່ໃກ້ຝັ່ງ. ລາຍຮັບທີ່ຂ້ອນຂ້າງດີຈາກອາຊີບຫາປາ ໄດ້ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານກວ່າ. ປ້າ ເຈິ່ນທິງາ ບ້ານ ຫາຍເລີ້ຍ, ຕາແສງ ຕຽນດ່ຽນ ພ້ອມກັບຜົວຕິດພັນກັບທະເລມາເປັນເວລາກວ່າ 30 ປີແລ້ວ ໃຫ້ຮູ້ວ່າ:
ນັບແຕ່ຫຼາຍປີມານີ້, ໝູ່ບ້ານຊາວປະມົງ ຊວັນອຽນ ສ່ວນຫຼາຍແມ່ນໄດ້ໄປທຳມາຫາກິນຢູ່ນອກຝັ່ງ, ເສດຖະກິດແມ່ນອີງຕາມທະເລ. ແຕ່ລະເຊົ້າແມ່ນມີເຮືອ, ກຳປັ່ນປະມານ 300-400 ລຳໄປຫາປາ. ເມື່ອກັບມາມີປາ, ມີກຸ້ງ, ປູຊະນິດຕ່າງໆ… ເມື່ອຂາຍໄດ້ໝົດ, ມີລາຍຮັບຕື່ມອີກແມ່ນມີຄວາມພາກພູມໃຈທີ່ສຸດ. ພວກຂ້າພະຈົ້າໄດ້ລະດົມກຳລັງໃຈໃຫ້ແກ່ກັນແມ່ນຕ້ອງພະຍາຍາມຕິດພັນກັບທະເລເພື່ອຊີວິດທີ່ດີຂຶ້ນອີກ. ຫວັງວ່າ ທະເລຈະມີຄວາມສະຫງົບເພື່ອໃຫ້ຊາວປະມົງອຸ່ນອຽນໃຈຕິດພັນກັບທະເລ.
ເມື່ອດວງຕາເວັນຂຶ້ນສູງ, ສຽງເຮືອຈັກກໍ່ຄ່ອຍໆມິດລົງ, ຫາດຊາຍທະເລກັບຄືນສູ່ສະພາບສະຫງົບງຽບເໝືອນເດີມ. ຢູ່ເທິງຝັ່ງ, ບັນດາເຮືອຫາປານອນເປັນແຖວ, ທຸງຊາດປິວສະບັດ, ອັນໄດ້ສ້າງສີສັນທີ່ສວຍງາມທີ່ສຸດ. ຍັງພຽງແຕ່ຮອຍຕີນຢູ່ຫາດຊາຍທະເລ ແລະ ສຽງຄື້ນທະເລສວດສາດ. ຈັງຫວະການດຳລົງຊີວິດອັນລຽບງ່າຍນັ້ນ ໄດ້ສ້າງເປັນຈຸດພິເສດສະເພາະຂອງໝູ່ບ້ານຊາວປະມົງ ຊວັນອຽນ, ແຫ່ງທີ່ໃນແຕ່ລະວັນໃໝ່ ລ້ວນແຕ່ໄດ້ເລີ່ມຈາກທະເລທີ່ກວ້າງໃຫ່ຍ ແລະ ຊາວປະມົງຍັງໄດ້ຝາກຝັງຄວາມຫວັງໄປນຳເຮືອຫາປາແຕ່ລະລຳ./.








