ຈາກ​​ໝູ່ບ້ານ​ຂອງ​ຊາວ​ເຜົ່າ​ໄຕ່​ ທີ່​​ຫາ​​​ເງິນລ້ຽງ​ຊີບ​ສ່ວນຫຼາຍ​ແມ່ນອີງໃສ່​ກະ​ສິ​ກຳ, ປ່າ​ໄມ້, ໝູ່ບ້ານ​ ຄວັນ​ບາງ, ຕາ​ແສງ​ ເຈີ​ເມິ້ຍ, ແຂວງ​ໄທ​ງວຽນ ​ພວມ​ຄ່ອຍໆ​ຊອກ​ຫາ​ທິດ​ທາງ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ສິ່ງ​ທີ່​ປະ​ຊາ​ຊົນ​ມີ​ຢູ່​ແລ້ວຄື: ເຮືອນ​ຮ້ານ, ອາ​ຫານ​ພື້ນ​ເມືອງ, ໄຮ່​ຊາ, ທິວ​ທັດ​ທຳ​ມະ​ຊາດ ແລະ ສີ​ສັນ​ວັດ​ທະ​ນະ​ທຳ. ດ້ວຍ​ການ​ລົງ​ທຶນ​ຂອງ​ລັດ ພ້ອມ​ກັບ​ແຫຼ່ງ​ກຳ​ລັງ​​ສົມທົບ​​ຂອງປະ​ຊາ​ຊົນ, ຮູບ​ແບບ​ການ​ທ່ອງ​ທ່ຽວ​ຊຸ​ມ​ຊົນ​ພວມ​ຄ່ອຍໆ​ສ້າງ​ລະ​ບົບ​ຕ່ອງ​ໂສ້​​ການ​ສ້າງ​ລາຍ​ຮັບ​ໃໝ່, ໃນ​ນັ້ນ​ປະ​ຊາ​ຊົນ​ທັງ​ເປັນ​ເຈົ້າ​ຂອງ, ທັງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງ.

ຄວັນ​ບາງ ​ມີ​ເນື້ອ​ທີີ່ທຳ​ມະ​ຊາດກວ່າ 200 ເຮັກຕາ, ດ້ວຍປະ​ມານ 60 ​ຄອບ​ຄົວ, ສ່ວນຫຼາຍ​ແມ່ນ​ຊາວ​ເຜົ່າ​ໄຕ່. ກ່ອນ​ທີ່​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸມ​ຊົນ, ການ​ດຳ​ລົງ​ຊີ​ວິດ​ຂອງປະ​ຊາ​ຊົນ​ສ່ວນ​ຫຼາຍແມ່ນ​ອີງ​ໃສ່​ການ​ຜະ​ລິດ​ກະ​ສິ​ກຳ, ປ່​າ​ໄມ້, ລ້ຽງ​ສັດ. ແຕ່​ໝູ່​ບ້ານ​ພວມ​ກຳ​ມະ​ສິດ​ແຫຼ່ງ “​ຊັບ​ສົມບັດ”​ອື່ນອີກ. ນັ້ນ​ແມ່ນ​ເຮືອນ​ຮ້ານ 40 ຫຼັງ, ພ້ອມ​ກັບ​​ວັດ​ທະ​ນະ​ທຳຂອງ​ຊາວ​ເຜົາ​ໄຕ່ ​ຄື: ຂັບ​ແທນ, ພິນ​ຕິ້ງ, ການຈັກ​ສານ, ຕ່ຳ​ແຜ່ນ; ຢູ່​​ອ້ອມຂ້າງ​ແມ່ນ ​ໜອງ ​ຕາມ​ຄາ, ນ້ຳ​ຕົກ​ຕາດ ແຄ​ກຸບ, ໂນນ ​ນ້ຳ​ຕັກ, ຖ້ຳ ຖຳ​ຮອນ… ບັນ​ດາ​ຄຸນ​ຄ່າ​ເຊິ່ງ​ກ່ອນນີ້​ສ່ວນຫຼາຍ​ແມ່ນ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ, ​ປັດ​ຈຸບບັນ​ໄດ້​ປັບ​ປຸງຄືນ​ໃໝ່​ເພື່ອ​ກາຍ​ເປັນ​ຜະ​ລິດ​ຕະ​ພັນການ​ທ່ອງ​ທ່ຽວ​ເທື່ອ​ລະ​ກ້າວ.

ໃນ​ເຮືອນ​ຮ້ານ​ຂອງ​ຄອບ​ຄົວ​ອ້າຍ ​ດາດ, ເອື້ອຍ ແອວງ, ບັນດາຫ້ອງ​ໃນ​ເມື່ອ​ກ່ອນ​ພຽງ​ແຕ່​ຮັບ​ໃຊ້​ການ​ດຳ​ລົງ​ຊີ​ວິດ​ຂອງ​ຄອບ​ຄົວນັ້ນ, ​ປັດ​ຈຸ​ບັນ​ໄດ້ຮັບ​ການປະດັບປະດາຈັດ​ແຈງ​ ເພື່ອຕ້ອນ​ຮັບ​ແຂກ. ຜ້າຫົ່ມ, ເສື່ອ​ໄດ້​ຈັດ​ມ້ຽນ​ຢ່າງເປັນລະບຽບ. ຫ້ອງ​ນ້ຳ​ໄດ້​ປັບ​ປຸງ​ໃຫ້​ດີ​ຂຶ້ນ. ເດີ່ນ​ບ້ານ ແລະ ພື້ນ​ທີ່​ຢູ່​ກ້ອງ​ເຮືອນ​ຮ້ານ​ໄດ້​​ຈັດ​ວາງ​ເປັນ​ບ່ອນ​ດຳ​ເນີນຊີ​ວິດ, ບ່ອນ​ກິນ​ດື່ມ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ແຕ່ການ​ເຮັດ homestay ພຽງ​ແຕ່​ແມ່ນ​ວຽກ​ງານ​ສ່ວນ​ໜຶ່ງເທົ່າ​ນັ້ນ. ການ​ຫັນ​ປ່ຽນ​ຈາກວຽກ​ງານ​ເຮັດໄຮ່​ໄຖນາ ໄປສູ່​ວຽກ​ງານ​ທ່ອງ​ທ່ຽວ, ເຖິງວ່າຫາກໍ່​ເລີ່ມ​ປະ​ຕິ​ບັດນັບ​ແຕ່​ຕົ້ນ​ປີ 2026 ກໍ່​ຕາມ, ແຕ່ສຳລັບ​ອ້າຍ​ ​ດາດ, ເອື້ອຍ ແອວງ ແລະ ຫຼາຍ​ຄອບ​ຄົວ​ເຮັດ homestay ຢູ່ ​ຄວັນ​ບາງ ແລ້ວ, ການ​ທ່ອງ​ທ່ຽວ​ໄດ້ຊ່ວຍ​ໃຫ້ເຂົາ​ເຈົ້າ​ມີ​ລາຍ​ຮັບ​ເປັນ​ປົກ​ກະ​ຕິ ແລະ ສູງກວ່າ​ເມື່ອ​ທຽບ​ໃສ່​ການ​ເຮັດວຽກ​ງານ​ກະ​ສິ​ກຳ. ອ້າຍ ​ເຢືອງວັນ​ດາດ, ເຈົ້າ​ຂອງ homestay ດາດ ແອ​ວງ ແບ່ງ​ປັນ​ວ່າ:

ກ່ອນ​ປີ 2023 ຂ້​າ​ພະ​ເຈົ້າ​ເຮັດ​ນາ, ປູກຕົ້ນຢາງ ແລະ ໝາກ​ແຕງ. ເສດ​ຖະ​ກິດເປັນປົກກະຕິ ​ແຕ່​ລາຍ​ຮັບກໍ່ທຳມະດາ. ຮອດ​ປີ 2023, ເມື່ອແຂວງ​ຮັບ​ຮອງ ໝູ່​ບ້ານ ຄວັນ​ບາງ​ ​ແມ່ນສ​ະ​ຖານ​ທີ່​ທ່ອງ​ທ່ຽວ​ຊຸມ​ຊົນນັ້ນ, ຂ້າ​ພະ​ເຈົ້າ​ແມ່ນ​ໜຶ່ງ​ໃນ 5 ຄອບ​ຄົວ​ຢູ່​ໝູ່​ບ້ານ​ເລີ່ມ​ຫັນມາ​ເຮັດ​ການ​ທ່ອງ​ທ່ຽວ​ແຕ່​ປີ 2023. Homestay ນີ້​ຂ້າ​ພະ​ເຈົ້າ​ໄດ້ກໍ່ສ້າງ, ສ້ອມແປງສຳ​ເລັດ​ໃນ​ປີ 2025 ແລະ​ເລີ່ມຕ້ອນ​ຮັບ​ແຂກ​ນັບ​ແຕ່​ຕົ້ນ​ປີ 2026. ແຂກ​ທ່ອງ​ທ່ຽວ​​ທັງກິນນອນ​ທັງ​ພັກ​ຜ່ອນຢູ່​ເຮືອນ​ຂ້າ​ພະ​ເຈົ້າ​ເລີຍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ​​ເຮັດການ​ທ່ອງ​ທ່ຽວ​, ​ລາຍ​ຮັບ​ເສດ​ຖະ​ກິດ​, ດີກວ່າ​ວຽກ​ງານ​ອື່ນ. ເມື່ອກ່ອນ​ເຮັດ​ວຽກ​ງານ​ກະ​ລິ​ກຳລຳ​ບາກຫຼາຍ, ປັດ​ຈຸ​ບັນເຮັດ​​ວຽກ​ງານ​ທ່ອງ​ທ່ຽວ​ຮູ້​ສຶກ​ວ່າສະ​ບາຍກວ່າ.

ຄວັນ​ບາງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ໄດ້ຄັດ​ເລືອກເພື່ອ​ປະ​ຕິ​ບັດ​ທົດ​ລອງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊຸ​ມ​ຊົນ​ແຕ່​ປີ 2023. ສະ​ເພາະ​ໃນ​ປີ 2024, ໝູ່​ບ້ານ​ໄດ້​ຮັບ​ເງິນກວ່າ 500 ລ້ານ​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ການໃຫ້​ຄຳ​ປຶກ​ສາ​ຈັດພື້ນ​ທີ່, ທິວ​ທັດ​ທຳ​ມະ​ຊາດ, ​ສ້າງ​ຜະ​ລິດ​ຕະ​ພັນ, ບຳ​ລຸງ​ສ້າງ​​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສົ່ງ​ເສີມ​ການ​ໂຄ​ສະ​ນາ ແລະ ​ພື້ນ​ຖານ​ວັດ​ຖຸ​ຈຳ​ນວນ​ໜຶ່ງ​ຄື ຫໍ​ວັດ​ທະ​ນະ​ທຳ, ຫ້ອງ​ນ້ຳ, ປະ​ຕູ​ໂຂງ, ປ້າຍ​ຊີ້​ທາງ ແລະ ສະ​ຖານ​ທີ່​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ.

ພ້ອມ​ກັບ​ແຫຼ່ງ​ກຳ​ລັງຂອງ​ລັດ, ປະ​ຊາ​ຊົນ​ກໍ່​ຕ້ອງ​​ລົງ​ທຶນ​ໂດຍ​ກົງ. ບາງເວ​ລາ, ​ມີເຖິງ 10 ຄອບ​ຄົວ​ຈົດ​ທະ​ບຽນ​ກໍ່​ສ້າງ homestay; ນະ​ໂຍ​ບາຍ​ໜູນ​ຊ່ວຍ 100% ດອກ​ເບ້ຍ​ເງິນ​ກູ້​ຢຶມ​ທະ​ນາ​ຄານ ​ດ້ວຍ​ລະ​ດັບ​ກູ້​ຢຶມຫຼາຍ​ສຸດ​ແມ່ນ 500 ລ້ານ​ດົ່ງ/ຄອ​ບ​ຄົວ ເພື່ອ​ສ້າງ​ເງື່ອນ​ໄຂ​​ໃຫ້​ບັນ​ດາ​ຄອບ​ຄົວ​ສ້ອມ​ແປງ, ​ກໍ່ສ້າງ​ homestay.

ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ສະ​ຖ​ານ​ທີ່​ທ່ອງ​ທ່ຽວ​ຊຸມ​ຊົນ​ໃນ​ໝູ່​ບ້ານ ຄວັນ​ບາງ, ແຂວງ​ໄທ​ງວຽນ, ທ່າ​ນ​ນາງ ຈູ​ທິ​ໂດ, ຮອງ​ຜູ້​ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ສູນ​ຂຸດ​ຄົ້ນ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແຂວງ ໄທ​ງວຽນ ໃຫ້​ຮູ້​ວ່າ:

ປັດ​ຈຸ​ບັນ​ຢູ່​ທີ່​ນີ້​ມີ​​ບາງຄອບ​ຄົວໄດ້​ຮັບ​ປະ​ກັນ​ຄວາມ​ຕ້ອງ​ການ​ໂດຍ​ພື້ນ​ຖານ​ຂອງ​ແຂ​ກ​ທ່ອງ​ທ່ຽວ​ແລ້ວ, ຄື: ບ່ອນພັກ, ອາ​ຫານ, ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ປະ​ສົບການ​ຈຳ​ນວນ​ໜຶ່ງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ເສີມ​ຂະ​ຫຍາຍກຳລັງບົ່ມຊ້ອນ, ທ່າ​ໄດ້​ປຽບ​ທັງ​ໝົດຂອງ​ທ້ອງ​ຖິ່ນ​, ພ້ອມ​ກັບ​ຄວາມ​ສຸດ​ຈິດ​ສຸດ​ໃຈຂອງ​ພໍ່​ແມ່​ປະ​ຊາ​ຊົນ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນນັ້ນ ແມ່ນຕ້ອງ​ປັບ​ປຸງຜະ​ລິດ​ຕະ​ພັນ​ເປັນຫຼາຍ​ຮູບຫຼາຍ​ແບບກວ່າ​ອີກ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງຫຼາຍ​ເປົ້າ​ໝາຍ.

ດ້ວຍ​ຄວາມ​ລຽບ​ງ່າຍ, ຈິງ​ໃຈ ແລະ ວິ​ຖີຊີ​ວິດ​​ບໍ​ລິ​ສຸດ, ເຕັມ​ໄປ​ດ້ວຍ​ສີ​ສັນ​​ຂອງ​ຊາວ​ທ້ອງ​ຖິ່ນ​ ຢູ່ ​ຄວັນ​ບາງນັ້ນ, ໄດ້ສ້າງ​ຄວາມ​ຈັບ​ໃຈ, ຄວາມ​ປະ​ທັບ​ໃຈໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ເອື້ອຍ ​ຮົ່ງ​ເຮືອງ, ແຂກ​ທ່ອງ​ທ່ຽວ​ມາແຕ່ນະ​ຄອນ ​ຮ່າ​ໂນ້ຍ ພາຍຫຼັງ​ມາ​ທ່ອງ​ທ່ຽວ​ຊຸມ​ຊົນຢູ່​ໝູ່​ບ້ານ ຄວັນ​ບາງ ແຂວງ​ໄທ​ງວຽນ​ແບ່ງ​ປັນ​ວ່າ:

ມາ​ໝູ່ບ້ານ ​ເຮົາ​ໄດ້​ສຳ​ຜັດກັບວິ​ຖີການ​ດຳ​ລົງ​ຊີ​ວິດ, ວັດ​ທະ​ນະ​ທຳ, ຄວາມ​ລຶ້ງ​ເຄີຍ, ຮີດຄອງ​ປະ​ເພ​ນີ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່​ນີ້, ທັງ​ໝົດ​ຍັງ​ຄົງ​ຮັກ​ສາສະ​ພາບ​ເດີມ​ໂດຍ​ພື້ນ​ຖານ​ໄວ້​ໄດ້, ປະ​ຊາ​ຊົນ​ເປັນ​ມິດ, ໃຈ​ດີ. ທິວ​ທັດ​ທຳ​ມະ​ຊາດ​ກໍ່​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຈັບ​ໃຈ​ຍ້ອນ​ຄວາມງາມ​ແບບ​ທຳ​ມະ​ຊາດດັ້ງ​ເດີມ.

ສິ່ງ​ທີ່​ສຳ​ຄັນ​ຢູ່​ໝູ່ບ້ານ ຄວັນ​ບາງ​ ໃນ​ປັດ​ຈຸ​ບັນ​ແມ່ນ​ປະ​ຊາ​ຊົນ​ບໍ່​ໄດ້​ປະ​ລະ​ອາ​ຊີບ​ເກົ່າ ເພື່ອ​ຫັນ​ມາ​ເຮັດ​ການ​ທ່ອງ​ທ່ຽວ. ເຂົາ​ເຈົ້າ​ຍັງ​ປູກ​ຊາ, ເຮັດ​ນາ, ລ້ຽງ​ສັດ ແລະ ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ, ສຽງ​ຂັບ​ແທນ, ອາ​ຫານ​ພື້ນ​ເມືອງໄວ້, ​ແຕ່ບັນ​ດ​າຄຸນ​ຄ່າ​ນັ້ນ​ໄດ້​ເຊື່ອມ​ຕໍ່​ກັບ​ຕະຫຼາດການ​ທ່ອງ​ທ່ຽວ​ເພື່ອ​ສ້າ​ງ​ລາຍ​ຮັບ​ຕື່ມ​ອີກ. ຖ້າ​ຈຳ​ນວນແຂກ​ມາ​ທ່ອງ​ທ່ຽວ​ໄດ້​ຮັກ​ສາ​ເປັນ​ປົກ​ກະ​ຕິ, ສິ່ງ​ທີ່​ເຮັດໃຫ້​ປະຊາ​ຊົນ​ບໍ່​ຍົກ​ຍ້າຍອອກ​ຈາກ​ໝູ່​ບ້ານ​ໃນ​ອະ​ນາ​ຄົດນັ້ນ, ບໍ່ພຽງ​ແຕ່ແມ່ນ​​​ໄຮ່ນາອີກ​ ຫາກຍັງ​ແມ່ນ​ຄວາມ​ສາ​ມາດສ້າງ​ລາຍ​ຮັບຈາກ​ເຮືອນຊານ, ຜະ​ລິດ​ຕະ​ພັນພື້ນ​ເມືອງ ແລະ ວັດ​ທະ​ນະ​ທຳ​ຂອງ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນເອງອີກດ້ວຍ.​