ພາຍຫຼັງ 10 ວັນ​ທີ່ດຳ​ເນີນ​ຢ່າງ​ຟົດ​ຟື້ນ (11 – 20 ກັນ​ຍາ), Festival ແທັງ​ລອງ - ຮ່າ​ໂນ້ຍ ​ຄັ້ງ​ທີ II ປີ 2026 ດ້ວຍ​ຫົວ​ຂໍ້ “ກະ​ແສມໍ​ລະ​ດົກ - Heritage Flow” ໄດ້​ອັດ​ລົງ​ດ້ວຍ​ລາຍ​ການພິທີ​ອັດ​ວັນ​ບຸນ Festival ທີ່​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 20 ກັນ​ຍາ, ຢູ່​ສະ​ໜາມຫຼວງ ດົງ​ກິງ​ເຫງ້ຍ​ຖຸກ, ຮ່າ​ໂນ້ຍ. Festival ທັງ​ລອງ - ຮ່າ​ໂນ້ຍ ຄັ້ງ​ທີ II ປີ 2026 ໄດ້​ອັດ​ລົງ​ດ້ວຍ​ບັນ​ດາ​ຂີ​ດ​ໝາຍ​ທີ່ບໍ່​ພຽງ​ແຕ່​ມີ​ຂອບ​ຂະ​ໜາດ​ຈັດ​ຕັ້ງ, ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼາຍ​ເທົ່າ​ນັ້ນ ຫາກ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ​ວິ​ທີ​ທີ່​ມໍ​ລະ​ດົກ​ໄດ້​ເຊື່ອມ​ຕໍ່​ກັບ​ສິ​ລະ​ປະ​ຍຸກ​ສະ​ໄໝ, ການ​ດຳ​ລົງ​ຊີ​ວິດ ແລະ ການ​ເຄື່ອນ​ໄຫວທີ່​ປະ​ດິດ​ຄິດ​ສ້າງ. ຕາມ​ນັ້ນ​ແລ້ວ, Festival ໄດ້ຈັດ​ກວ່າ 16 ກິດ​ຈະ​ກຳ, ເຕົ້າໂຮມ​ນັກ​ສິ​ລະ​ປິນ, ນັກ​ສະ​ແດງ ​ເຂົ້າ​ຮ່ວມກວ່າ 3.000, ນັກ​ສິ​ລະ​ປະ​ການ​ພ້ອມ​ກັບ​ຄະ​ນະ​ສິ​ລະ​ປະ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ທີ່​ມາ​ຈາກ ສ.ເກົາຫຼີ, ອິນ​ເດຍ ແລະ ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ປະ​ເທດ ກວ່າ 100 ຄົນ… ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວກວ່າ 250.000 ເທື່ອຄົນ​.