ເສດ​ຖະ​ກິດການບິນລະ​ດັບ​ຕ່ຳ​ພວມ​ກາຍ​ເປັນ​ທ່າ​ອ່ຽງ​ທົ່ວ​ໂລກ​ກຳ​ນົດ​ອະ​ນາ​ຄົດ. ນີ້​ແມ່ນ​ຮູບ​ແບບ​ເສດ​ຖະ​ກິດ​ຖື​ບັນ​ດາ​ການ​ບິນ​ລະດັບຕ່ຳ​ກວ່າ 1.000 ແມັດ ເປັນ​ກຳ​ລັງ​ໜູ​ນໃຫ້​ແກ່​ການພັດ​ທະ​ນາ. ຕາມ​ບັນ​ດາ​ບົດ​ລາຍ​ງານ​ວິ​ເຄາະ​ຕະຫຼາດ​ສາ​ກົນ​ແລ້ວ, ຂອບ​ຂະ​ໜາດ​ຂະ​ແໜງ​ເສດ​ຖະ​ກິດການບິນ​ລະ​ດັບ​ຕ່ຳ​ທົ່ວ​ໂລກ​ອາດ​ສາ​ມາດ​ບັນ​ລຸ​ປະ​ມານ 700 ຕື້ USD ໃນ​ປີ 2035 ແລະ ຂຶ້ນ​ເຖິງ 1.500 ຕື້ USD ໃນ​ປີ 2040.

ຢູ່ ຫວຽດ​ນາມ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ເສດ​ຖະ​ກິດ​ການບິນລະ​ດັບ​ຕ່ຳ​ມີທ່າ​ແຮງຫຼາຍ​ຢູ່. ທ່ານ​ ເຈິ່ນ​ແອັງ​ຕວັນ, ຮອງ​ປະ​ທານ​ເຄືອ​ຂ່າຍ​ການ​ບິນ​ອາ​ວະ​ກາດ, ອຸ​ປະ​ກອນ​ບິນ​ບໍ່​ມີ​ຄົນ​ຂັບ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

ຫວຽດ​ນາມ ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃຫຍ່​ກ່ຽວ​ກັບ​ເສດ​ຖະ​ກິດການບິນ​ລະ​ດັບ​ຕ່ຳ. ທີ​ໜຶ່ງ​ແມ່ນ​ທີ່​ຕັ້ງ​ພູ​ມີ​ສາດ​ການ​ເມືອງ, ຫວຽດ​ນາມ ນອນ​ຢູ່​ໃຈ​ກາງ​ຂອງ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງ​ແມ່ນ​ເຂດ​ທີ່​ມີ​ທ່າໄດ້​ປຽບ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ບໍ​ລິ​ການ logistic. ທີ​ສອງ,​ ນັບແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ ຫວຽດນາມ ​ຍັງ​ຄົງ​ປະ​ຕິ​ບັດ​ນະ​ໂຍ​ບາຍ 4 ບໍ່​, ເປັນ​ເພື່ອນ​ມິດ​ກັບ​ທຸກ​ປະ​ເທດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​. ​ສະ​ຖຽນ​ລະ​ພາບທາງດ້ານການເມືອງຂອງ ຫວຽດນາມ ໄດ້​ຊ່ວຍ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​​ອຸ່ນ​ອ່ຽງ​ໃຈ​​ໃນ​ການດຳ​ເນີນ​ທຸ​ລະ​ກິດ, ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ UAV ​​ສະ​ດວກ​ທີ​ສຸດ.

ບັນ​ດາ​ທ່າ​ໄດ້​ປຽບ​ນັ້ນ​ພວມ​ຄ່ອຍໆ​ຫັນ​ເປັນ​ບັນ​ດາ​ກິດ​ຈະ​ກຳ​ລະ​ອຽດ. ຈາກ​ບັນ​ດາ tour ທ່ອງ​ທ່ຽວ​ຊົມ​ທັດ​ສະ​ນີ​ຍະ​ພາບ​ດ້ວຍ​ເຮີ​ລີ​ກອບ​ເຕີ, ບັນ​ດາ​ການ​ທົດ​ລອງ​ຂົນ​ສົ່ງ​ດ້ວຍ UAV, ຕະຫຼອດ​ຮອດ​ການ​ນຳ​ໃຊ້​ອຸ​ປະ​ກອນ​ບິນ​​ແບບອັດຕະໂນມັດ​ໃນ​ການ​ກູ້​ໄພ​ກູ້​ຊີບ, ກະ​ສິ​ກຳ ແລະ logistic, ພື້ນທີ່ການ​ບິນ​ລະ​ດັບ​ຕ່ຳ​ພວມ​ຄ່ອຍໆ​​ຫັນຈາກແນວຄວາມຄິດ ສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ. ສິ່ງ​ສຳ​ຄັນໃນ​ປັດ​ຈຸ​ບັນ​ແມ່ນ ຫວຽດ​ນາມ ພວມ​ຄ່ອຍໆ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​. ທ່ານ​ພັນ​ໂທ ເວືອງ​ຈຸງ​ແອັງ, ສະ​ຖາ​ບັນ​ເຕັກ​ນິກ​ປ້ອງ​ກັນ​ອາ​ກາດ - ທະ​ຫານອາ​ກາດ ຫວຽດນາມ, ແບ່ງ​ປັນ​ວ່າ:

ໃນ​ມື​ຂ້າ​ພະ​ເຈົ້າ​ແມ່ນ​ເຄື່ອງ​ບັນ​ຊາ​ອຸ​ປະ​ກອນບິນ. ປັດ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ພວມ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ ແລະ ພັດ​ທະ​ນາຫຼາຍຄຸນ​ລັກ​ສະ​ນະ​ໃໝ່, ພິ​ເສດ​ແມ່ນ​ບັນ​ດາ​ຄຸນ​ລັກ​ສະ​ນະ​ໂດດເດັ່ນ, ອາດ​ສາ​ມາດ​ບັນ​ຊາ​​ອຸ​ປະ​ກອນ​ບິນ​ໃຫ້ເຄື່ອນ​ໄຫວ​ເປັນ​ຢ່າງດີ​ໃນ​ສະ​ພາບ​​ແວດ​ລ້ອມ​ທີ່ມີ​ການ​ລົບ​ກວນ​ຂອງສະ​ໜາມ​ແມ່​ເຫຼັກ.

ພ້ອມ​ກັນ​ນັ້ນ, ເຮືອ​ບິນ​ທີ່​ເຮັດ​ໄດ້ຫຼາຍ​ໜ້າ​ທີ່ Hera ຂອງ Realtimes Robustic ຫວຽດ​ນາມ ​ຊິ່ງເແມ່ນ​ຜະ​ລິດ​ຕະ​ພັນ​ໂດຍ​ນັກ​ເຕັກ​ນິກ ຫວຽດ​ນາມ ອອກ​ແບບ​​ເອງ, ປັດ​ຈຸ​ບັນ​ໄດ້​ສົ່ງ​ອອກ​ຕະຫຼາດ​ ອາ​ເມ​ລິ​ກາ, ເອີ​ລົບປະ​ສົບ​ຜົນ​ສຳ​ເລັດ ຍ້ອນມີ​ກຳ​ລັງ​ຍົກ​ທີ່​ໂດດ​ເດັ່ນ​​ທົບ 10 ເທົ່າເມື່ອທຽບກັບ​ບັນ​ດາ​ຄູ່​ແຂ່ງ​ທີ່​ມີ​​ຂະ​ໜາດດ່ຽວ​ກັນ. ທ່ານ ອານງອກ​ຖ໋າວ, ຮອງເລຂາທິ​ການ​ໃຫຍ່ ສະ​ມາ​ຄົ​ມ​ຊອບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວສານ ຫວຽດ​ນາມ (VINASA), ຢັ້ງ​ຢືນ​ວ່າ:

ພວກ​ເຮົາ​ນຳ​ປັນ​ຍາ​ປະ​ດິດ (AI), ເຕັກ​ໂນ​ໂລ​ຢີ​ຂັ້ນ​ສູງ (deep tech) ເຂົ້າ​ບັນ​ດາ​ຂະ​ແໜງເສດ​ຖະ​ກິດ​ການບິນລະ​ດັບ​ຕ່ຳ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ. ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ຖ້າ​ພຽງ​ແຕ່​ອີງ​ໃສ່ເຕັກ​ໂນ​ໂລ​ຢີ ຮາດແວ (Hardware technology), ການ​ຄ້າ​ເອ​ເລັກ​ໂຕ​ນິກ​ເທົ່ານັ້ນ ເຖິງວ່າ​ການ​ເຕີບ​ໂຕ​​ບັນ​ລຸ​ໄດ້ລະ​ດັບສອງ​ຕົວ​ເລກ​ແຕ່ຍາກ​ທີ່​ຈະ​ຮັກ​ສາ​​ລະ​ດັບນັ້ນ​ໄວ້​ໄດ້​. ແທນ​ທີ່​ນັ້ນ, ພວກ​ເຮົາ​ເປີດ​ບັນ​ດາ​ພື້ນທີ່​ພັດ​ທະ​ນາ​ໃໝ່ ແລະ ນັ້ນ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ.

ການ​ພັດ​ທະ​ນາ​ຂອງ​ເຕັກ​ໂນ​ໂລ​ຢີປະດິດ​​ພາຍ​ໃນ​ປະ​ເທດ​ພວມ​ສ້າງ​ການ​ພົວ​ພັນ​ຮ່ວມມືອັນ​ແໜ້ນ​ແຟ້ນ ແລະ​ຍາວ​ນານ​ກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ສັງ​ຄົມ. ຂົງ​ເຂດ​ກະ​ສິ​ກຳ​ໄດ້​ຫັນ​ເປັນ​ທັນ​ສະ​ໄໝ​ຢ່າງ​ແຮງ ຍ້ອນໄດ້​ນຳ​ໃຊ້​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ. ຂະ​ແໜງ​ຂົນ​ສົ່ງ ແລະ logistic ກໍ່​​ຊອກ​ໄດ້ມີ​ວິ​ທີ​ການ​ແກ້​ໄຂ​​ບັນ​ຫາ​ຄ່າ​ໃຊ້​ຈ່າຍ​ສູງ ແລະ ສະ​ພາບ​ລົດ​ຕິດ. ເພື່ອ​ຊຸກ​ຍູ້​ຂະ​ແໜງ​ເສດ​ຖະ​ກິດ​ການບິນລະ​ດັບ​ຕ່ຳ, ຫວຽດ​ນາມ ຮີບ​ດ່ວນປັບ​ປຸງ​ແລວ​ນິ​ຕິ​ກຳ​ໃຫ້​ຄົບ​ຊຸດ. ທີ່​ການ​ເຮັດ​ວຽກ​ກັບ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ເມື່ອ​ທ້າຍ​ເດືອນ​ສິງ​ຫາ ​ຜ່ານ​ມາ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຮຽກ​ຮ້ອງວ່າ:

ສືບ​ຕໍ່​ກວດ​ກາ​, ສັງລວມ, ປະ​ເມີນ ແລະ ແນະ​ນຳ​ຜັນ​ຂະ​ຫຍາຍ​ການພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ສູງ. ເມື່ອ​ມີ​ບັນ​ດາ​ຫົວ​ຂໍ້, ການ​ຄົ້ນ​ຄ້​ວາ, ການປະດິດ ຫຼືແນວຄວາມຄິດທີ່ຕ້ອງ​ການ​ຈົດ​ທະ​ບຽນ​ເພື່ອ​​ໃຫ້ກະ​ຊວງວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ ຜັນ​ຂ​ະ​ຫຍາຍ​​ການກະ​ກຽມ​ໃຫ້​ຊຸມ​ປີ​ຕໍ່​ໄປ. ປີ​ນີ້, ພວກ​ເຮົາ​ຈັດ​ເງິນ 103.000 ຕື້​ດົ່ງ ແລະ ປີ​ຕໍ່​ໄປ​ຈະ​ຫຼາຍກວ່າ​ອີກ.

ເສດ​ຖະ​ກິດການບິນ​ລະ​ດັບ​ຕ່ຳ​ແມ່ນ​ການ​ປະ​ສາ​ນ​ສົມ​ທົບ​ລະ​ຫວ່າງອຸ​ປະ​ກອນ​ບິນ​ບໍ່​ມີ​ຄົນ​ຂັບ (UAV), ປັນ​ຍາ​ປະ​ດິດ (AI), ຂໍ້​ມູນ, ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ເຕັກ​ໂນ​ໂລ​ຢີ​ປະດິດແຕ່ງ, ເປີດພື້ນ​ທີ່​ພັດ​ທະ​ນາ​ໃໝ່. ຖ້າໝູນ​ໃຊ້​ບັນ​ດາ​ທ່າ​ໄດ້​ປຽບ​ນີ້​ເປັນ​ຢ່າງ​ດີ, ທ້ອງ​ຟ້າ​ໃຫ້​ແກ່​ການບ​ບິນລະ​ດັບ​ຕ່ຳ​ອາດ​ສາ​ມາດ​ກາຍ​ເປັນ​ຊັ້ນ​​ພັດ​ທະ​ນາ​ໃໝ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ດີ​ຈີ​ຕອນ ຫວຽດ​ນາມ, ສ້າງ​ກຳ​ລັງ​ໜູນ​ຕື່ມ​ອີກໃຫ້​​ແກ່ນະ​ວັດ​ຕະ​ກຳ ແລະ ຍົກ​ສູງຖາ​ນະ​ບົດ​ບາດ​ເຕັກ​ໂນ​ໂລ​ຢີ​ຂອງ​ປະ​ເທດ​ຊາດ.