ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ແລະ ເຕເຮຣານ ພວມດຳເນີນການເຈລະຈາ ຢ່າງລະອຽດ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນ, ແຕ່ກ່າວເຕືອນວ່າ ອາເມລິກາ ຈະສືບຕໍ່ດຳເນີນການກະທຳດ້ານການທະຫານໂດຍໄວ ຖ້າຫາກວິວັດທາງການທູດບໍ່ໄດ້ຮັບຜົນ. ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 27 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍຍັງມີໂອກາດເພື່ອບັນລຸໄດ້ຂໍ້ຕົກລົງ. ຕາມທ່ານ Trump ແລ້ວ, ອີຣານສະແດງຄວາມປາດຖະໜາຢາກເຈລະຈາພາຍຫຼັງທີ່ຖືກອາເມລິກາບຸກໂຈມຕີທາງອາກາດຢ່າງຮ້າຍແຮງໃນເກືອບສອງອາທິດຜ່ານມາ.
ໃນຂະນະນັ້ນ, ຝ່າຍອີຣານ ຢັ້ງຢືນວ່າຍັງຄົງຮັກສາຊ່ອງຕິດຕໍພົວພັນຜ່ານບັນດາປະເທດເປັນກາງ ແຕ່ໄດ້ປະຕິເສດຂໍ້ມູນຂ່າວທີ່ວ່າ ເຕເຮຣານ ເປັນເຈົ້າການສະເໜີດຳເນີນການເຈລະຈາໂດຍກົງກັບ ວໍຊິງຕັນ. ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ຖືວ່າ ບັນດາຂໍ້ມູນຂ່າວນີ້ແມ່ນບໍ່ຊັດເຈນ, ພ້ອມທັງເນັ້ນໜັກວ່າ ອີຣານ ບໍ່ປະລະມາດຕະການທາງການທູດເທື່ອ. ເຈົ້າໜ້າທີ່ຂັ້ນສູງ ອີຣານທ່ານໜຶ່ງ ກໍ່ໃຫ້ຮູ້ວ່າ ເຕເຮຣານ ຈະຢຸດຕິການບຸກໂຈມຕີຕາບໃດທີ່ ອາເມລິກາ ຢຸດຕິການບຸກໂຈມຕີທາງອາກາດ.




