ງວດທີ 1 ນັບແຕ່ວັນທີ 3 – 13 ສິງຫາ, ງວດທີ 2 ແຕ່ວັນທີ 19 – 24 ສິງຫາ. ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາກົດໝາຍ, ມະຕິນິຕິກຳ 19 ສະບັບ; ພິຈາລະນາໃຫ້ຄຳເຫັນເບື້ອງຕົ້ນສຳລັບ 7 ຮ່າງກົດໝາຍ, ຕັດສິນ 5 ເນື້ອໃນສຳຄັນຂຶ້ນກັບສິດອຳນາດ ແລະ ເນື້ອໃນອື່ນ. ມີເນື້ອໃນສຳຄັນຈຳນວນໜຶ່ງກໍຈະໄດ້ຍື່ນສະເໜີ, ເຊິ່ງກ່ຽວຂ້ອງເຖິງໂຄງການໂຮງງານໄຟຟ້ານິວເຄຼຍ ນິງທ້ວນ; ກົດໝາຍວ່າດ້ວຍການພັດທະນາຕົວເມືອງ; ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ 9 ສະບັບກ່ຽວກັບການທະຫານ, ການປ້ອງກັນຊາດ; ແຜນຮ່າງສ້າງຕັ້ງນະຄອນ ກວາງນິງ ຂຶ້ນກັບສູນກາງ… ສະພາແຫ່ງຊາດ ຄາດຄະເນຈະໃຫ້ຄຳເຫັນຄັ້ງທຳອິດແກ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ); ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ຮ່າງປະມວນກົດໝາຍວ່າດ້ວຍອາຍາ (ສະບັບປັບປງຸ)…
ນອກຈາກນັ້ນແລ້ວ, ບັນດາຜູ້ແທນກໍໄດ້ປຶກສາຫາລື, ຮັບຮອງເອົາຮ່າງກົດໝາຍອື່ນໆຕາມຂັ້ນຕອນຂອງສະໄໝປະຊຸມ.




