ຕອນ​ບ່າຍ​ວັນ​ທີ 28 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານນາງ Samdech Khuon Sudary, ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ໃນ​ໂອ​ກາດ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຢັ້​ງ​ຢືນ ຫວຽດນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ ພັດ​ທະ​ນາ​ໂດຍສັນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ, ທ່ານ​ສະ​ເໜີ​ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຍົກ​ລະ​ດັບ​ການ​ພົວ​ພັນ​ຜ່ານຊ່ອງ​ທາງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ການ​ພົວ​ພັນ​ສອງ​ພັກ, ສອງ​ລັດ ແລະ ລະ​ຫວ່າງ​ສາມ​ພັກ, ສາມ​ປະ​ເທດ ຫວຽດ​ນາມ ກຳ​ປູ​ເຈຍ ລາວ​ໃນ​ສະ​ພາບ​ການ​ໃໝ່, ເປັນ​ຕົ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່ຽວ​ກັບ​ດ້ານ​ປ້ອງ​ກັນ​ຊາ​ດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຜູກມັດ​ດ້ານ​ເສດ​ຖະ​ກິດ ແລະ ຄວາມ​ເຂົ້າ​ໃຈ, ສະ​ໜິດ​ຕິ​ດພັນ​ຂອງ​ປະ​ຊາ​ຊົນ; ພ້ອມ​ທັງ​ຍົກ​ສູງ​ບົດ​ບາດ​ຂອງ​ພັກ​ໃນ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ ໃຫ້​ແກ່​ ສັ​ງ​ລວມການ​ພົວ​ພັນ​ສອງ​ຝ່າຍ​, ສາມ​ຝ່າຍ, ການ​ນຳ​ພາ​ຢ່າງ​ໃກ້​ຊິດ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ໃນ​ການ​ຫັນ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ; ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ກົນ​ໄກ​ພົບ​ປະ​ລະ​ຫວ່າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສາມ​ປະ​ເທດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສາມ​ປະ​ເທດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ/ພາຍ​ໃນ​ສາມ​ປະ​ເທດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ສາມ​ປະ​ເທດ.