ຕາມ Expedia1 ແລ້ວ, ຝູ​ກວັກ ພວມ​ກາຍ​ເປັນ​ສູນຣີ​ສຸອດຫຼູຫຼາ​ແຫ່ງ​ໃໝ່​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຢ່າງວ່ອງ​ໄວ. ນີ້​ແມ່ນ​ການ​ຄັດ​ເລືອກ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​​​ທີ່ຢາກ​ຜັກ​ຜ່ອນ​ຢ່ອນ​ອາ​ລົມ​ຢູ່​ບ່ອນ​ທີ່ຫຼູຫຼາ ດ້ວຍ​ລາ​ຄາ​​ບໍ່ສູງ​ເກີນ​ໄປ.

ກ່ອນ​ໜ້າ​ນັ້ນ, ປີ 2025, ຝູກວັກ ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ຜູ້​ອ່ານ​ວາ​ລະ​ສານ Condé Nast Traveler ວ່າ ​ແມ່ນເກາະ​ງາມ​ທີ່​ສຸດ​ໃນ​ອາ​ຊີ ແລະ ຢືນ​ອັນ​ດັບ​ທີ ​ຢູ່3 ໃນ​ໂລກ. ຕົ້ນ​ປີ 2026, ເກາະ ງອກ ສືບ​ຕໍ່​ຮັກ​ສາ​ອັນ​ດັບ​ທີ 2 ໃນຈຳ​ນວນ ​​ໝູ່​ເກາະ​ງາມ​ທີ່​ສຸດ​ອາ​ຊີ ຢູ່ DestinAsian Readers' Choice Awards. ຫວ່າງ​ແລ້ວນີ້, Travel + Leisure Luxury Awards ກໍ​ຈັດ ຝູກວັກ ຢືນ​ອັນ​ດັບ 2 ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ໝູ່​ເກາະ​ງາມ​ທີ່​ສຸດຢູ່​ອາ​ຊີ - ປ​າ​ຊີ​ຟິກ.