ວັນທີ 28 ກໍລະກົດ, ເປັນຂີດໝາຍສະເຫຼີມສະຫຼອງ 31 ປີແຫ່ງວັນຫວຽດນາມ ເຂົ້າຮ່ວມອາຊຽນຢ່າງເປັນທາງການ (28/7/1995-28/7/2026). ພາຍຫຼັງ 31 ປີ, ອາຊຽນບໍ່ພຽງແຕ່ກາຍເປັນເຂດທີ່ຮ່ວມມືຍຸດທະສາດສຳຄັນແຖວໜ້າຂອງ ຫວຽດນາມ ເທົ່ານັ້ນ, ຫວຽດນາມ ຍັງໄດ້ຮັບການຮັບຮູ້ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ນັບມື້ນັບມີບົດບາດນຳພາໃນຫຼາຍຂໍ້ລິເລີ່ມຂອງພາກພື້ນ. ທ່ານປ.ອ ບິກເຈິນ, ນັກຄົ້ນຄ້ວາການເມືອງສາກົນ ຢູ່ມະຫາວິທະຍາໄລ Nanyang, ສິງກະໂປ ຢັ້ງຢືນວ່າ:
ໃນເວລາຜ່ານມາ, ຫວຽດນາມໄດ້ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ສາມຄັ້ງ. ຄັ້ງທຳອິດໃນປີ 1998, ພາຍຫຼັງການເຂົ້າຮ່ວມເປັນເວລາ 3 ປີ. ຄັ້ງທີ 2 ໃນປີ 2010 ດ້ວຍຂີດໝາຍສຳຄັນສ້າງກອງປະຊຸມສຸດຍອດ ອາຊີຕາເວັນອອກ ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ. ສອງເວທີປາໄສນີ້ ໄດ້ກາຍເປັນພື້ນຖານຮ່ວມມືຫຼາຍທິດສຳຄັນຂອງ ອາຊຽນກັບ 8 ຄູ່ຮ່ວມມືເຈລະຈາໃນພາກພື້ນ. ຄັ້ງທີ 3 ໃນປີ 2020, ໃນສະພາບການໂລກລະບາດໂຄວິດ - 19 ແລະ ຫວຽດນາມ ໄດ້ນຳໜ້າອາຊຽນ ຮັບມືຢ່າງໄຫວພິບຜ່ານບັນດາກອງປະຊຸມທາງໄກ ແລະ ຍົກອອກຫຼາຍຂໍ້ລິເລີ່ມຟື້ນຟູເສດຖະກິດສັງຄົມ. ພິເສດ, ແຕ່ປີ 2024 ມາຮອດປັດຈຸບັນ, ຫວຽດນາມໄດ້ສະເໜີ ແລະ ຊຸກຍູ້ເວທີປາໄສອະນາຄົດ ອາຊຽນ, ເພື່ອແນໃສ່ສ້າງສະຖານທີ່ແລກປ່ຽນຂໍ້ລິເລີ່ມກ່ຽວກັບອະນາຄົດ ພັດທະນາຂອງພາກພື້ນ.




