ຫວຽດ​ນາມ ມີ​ຝັ່ງ​ທະ​ເລ​ຍາວກວ່າ 3.260 ກ​ມ ແລະ ນອນ​ຢູ່​ໜຶ່ງ​ໃນ​ບັນ​ດາ​ເສັ້ນ​ທາງທະ​ເລ​ທີ່ສຳ​ຄັນຂອງ​ໂລກ. ໃນ​ສະ​ພາບ​​ທີ່ມະ​ຫາ​ສະ​ໝຸດ​​ພວມກາຍ​ເປັນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຈ​ໃ​ຫມ່ ແລະ ແມ່​ນ​ເຂດ​ແກ່ງ​ແຍ່ງຍຸດ​ທະ​ສາດນັ້ນ, ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 3 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ ຊຸດ​ທີ 14 ກ່ຽວ​ກັບ “ການກໍ່​ສ້າງ ແລະ ພັດ​ທະ​ນາ ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂວງ​ດ້ານ​ທະ​ເລ” ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ປ່ຽນ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ, ເມື່ອ​ທະ​ເລ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​​ເຂດ​ຍຸດ​ທະ​ສາດ​ຂອງ​ຊາດອີກ​ດ້ວຍ.

ທະ​ເລ​ໄດ້ຮັບ​ກຳ​ນົດ​ວ່າ ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຂດຄົງ​ຕົວ, ພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ; ແມ່ນ​ແຫ່ງ​ເຕົ້າ​ໂຮມ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ນະ​ວັດ​ຕະ​ກຳ, ຮັບ​ປະ​ກັນ​ການ​ປ້ອ​ງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເປີດກວ້າງ​ການ​ຮ່ວມ​ມື​ກັບ​ສາ​ກົນ​ອີກ​ດ້ວຍ.

ບາດ​ກ້າວ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ເພື່ອ​ເປີດ​​ເຂດພັດ​ທະ​ນາ​ໃໝ່

ຈຸດ​ພົ້ນ​ເດັນ​ຂອງ​ມະ​ຕິ​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ ໄປ​ສູ່​ຈິນ​ຕະ​ນາ​ການກໍ່​ສ້າງ​ປະ​ເທດ​ທະ​ເລ. ຖ້າ​ມະ​ຕິ​ສູນ​ກາງ​ເລກ​ທີ 36 ລົງປ​ີ 2018 ໄດ້​ວາງ​ຈຸດ​ສຸມ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ​ແບບ​ຍືນ​ຍົງ​ນັ້ນ, ມະ​ຕິ​ສະ​ບັບ​ໃໝ່​ໄດ້​ເປີດກວ້າງວິ​ທີ​ເຂົ້າ​ເຖິງ​ຢູ່​ລະ​ດັບ​ຍຸດ​ທະ​ສາດ​ແຫ່ງ​ຊາດ. ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ຊີ້​ແຈ​້ງວ່າ:

“ມະ​ຕິ​ສະ​ບັບ​ໃໝ່​ບໍ່​ພຽງ​ແຕ່​ຕອບຄຳ​ຖາມທີ່​ວ່າ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ​​ແມ່ນຄື​ແນວ​ໃດ​ເທົ່າ​ນັ້ນ, ຫາກ​ຕ້ອງຕອບ​​ໃຫ້​ໄດ້ຄຳ​ຖາມ​ໃຫຍ່ກວ່າ​ ນັ້ນແມ່ນ ຫວຽດ​ນາມ ຈະ​ຂຸດ​ຄົ້ນ ແລະ ບໍ​ລິ​ຫານ​ເຂດທະ​ເລ​ທັງ​ໝົດ​ຂອງ​ຊາດ​ຄື​ແນວ​ໃດ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ເປົ້າ​ໝາຍ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ບັນ​ດາທົດ​ສະ​ວັດຈະ​ມາ​ເຖິງ. ທຸ​ກ​ການ​ວາງ​ແຜນ​ຍຸດ​ທະ​ສາດ, ໂຄງ​ການ​ພັດ​ທະ​ນາ​ທະ​ເລ​ລ້ວນ​ແຕ່​ຕ້ອງຮັບ​ໃຊ້​ການ​ປົ​ກ​ປັກ​ຮັກ​ສາ​ອະ​ທິ​ປະໄຕ, ອຳ​ນາດອະ​ທິ​ປະ​ໄຕ, ສິດ​ຕັດ​ສິນ​ຂອງ​ຊາດ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຍົກ​ສູງ​ກຳ​ລັງ​ປ້ອງ​ກັນຕົວ ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ທາງ​ທະ​ເລ. ແຕ່​ລະ​ກິດ​ຈະ​ກຳ​ເສດ​ຖະ​ກິດ​ຢູ່​ທະ​ເລ ລ້ວນ​ແຕ່​ຕ້ອງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ກຳ​ລັງ​ບົມ​ຊ້ອນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ມະ​ຕິບໍ່​ພຽງ​ແຕ່​ວາງ​ອອກ​ເປົ້າ​ໝາຍ​ພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ​ເທົ່​ານັ້ນ, ຫາກ​ຍັງ​ຮຽກ​ຮ້ອງ​ສ້າງຄວາມ​ສາ​ມາດບໍ​ລິ​ຫານ​ໃຫ້​ທັງ​ເຂດ​ທະ​ເລ​ແຫ່ງ​ຊາດ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ປອ ວໍ​ຊິ​ຕວັ​ນ, ຮອງປະ​ທານ​ສະ​ມາ​ຄົມ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ຫວຽດ​ນາມ, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນມະ​ຫາ​ສະ​ໝຸດ​ສາດ, ຖື​ວ່າ:

“ມະ​ຕິ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນ​ຫາ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ໜຶ່ງ​ໃຫ້ມີ​ຄວາມ​ເຂັ້ມ​ແຂວງ​ດ້ານ​ທະ​ເລ, ໃນ​ນັ້ນ​ມີ​ນິ​ຍາມ​ເຊິ່ງ​ຂ້າ​ພະ​ເຈົ້າ​ຖື​ວ່າ​ທັງກວ້າງ​ໃຫຍ່ ແລະ ກວມ​ລວມ, ນັ້ນ​ແມ່ນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ສັງ​ລວມ ແລະ ເຊື່ອມ​ຕໍ່​ເຂດ​ທະ​ເລ. ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ຕ້ອງ​ແມ່ນ​ເຂດ​ລວມ, ບັນ​ດາ​ຂະ​ແໜງ​ການ​ຕ້ອງ​ສົ​ມ​ທົບ​ກັນ​ເພື່ອ​ບັນ​ລຸ​ຜົນ​ປະ​ໂຫຍດ​​ສູງ​ສຸດ​, ບໍ່​ພຽງ​ແຕ່​ຂອງ​ຂະ​ແໜງ​ຕົນ​ຮັບ​ຜິດ​ຊອບເທົ່າ​ນັ້ນ ຫາກ​ແມ່ນ​ຜົນ​ປະ​ໂຫຍດ​ລວມ​ຂອງ​ທົ່ວ​ສັງ​ຄົມ. ​ເຂດ​ທະ​ເລ​ສາ​ມາດ​ນ້ຳ​ໃຊ້​​ດ້ວຍຫຼາຍ​ຈຸດ​ປະ​ສົງ​ທີ່​ແຕກ​ຕ່າ​ງ​ກັນ​ໄດ້, ອີງ​ຕາມ​ຈຸດ​ພິ​ເສດ​​ດ້ານ​ເສດ​ຖະ​ກິດສັງ​ຄົມ ແລະ ຊີ​ວະ​ພາບ”.

ນີ້ກໍ່​ແມ່ນ​ທ່າ​ອ່ຽງ​ເຊິ່ງ​ຫຼາຍ​ປະ​ເທດ​ທະ​ເລ​ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ໂລກ, ຄື: ໂຮນ​ລັງ, ນອກ​ແວ, ສິງ​ກະ​ໂປ ຫຼື ສ.ເກົາ​ຫຼີ ໄດ້​ຄັດ​ເລືອກ. ຜົນ​ສຳ​ເລັດ​ຂອງ​ບັນ​ດາ​ປ​ະ​ເທດ​ດັ່ງ​ກ່າວບໍ່​ພຽງ​ແຕ່​ມາ​ຈາກ​ການ​ກຳ​ມະ​ສິດ​​ຊັບ​ພະ​ຍາ​ກອນ​ຫຼາຍກວ່າ​ເທົ່າ​ນັ້ນ, ຫາກ​​ມາ​ຈາກ​ຄວາມ​ສາ​ມາດ​ບໍ​ລິ​ຫານ​ທັນ​ສະ​ໄໝ, ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ​ການພັດ​ທະ​ນາ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ທະ​ເລ​ມີ​ມູນ​ຄ່າ​ເພີ່ມ​ສູງ​ອີກ​ດ້ວຍ.

ສຳ​ລັບ ຫວຽດ​ນາມ, ວິ​ທີ​​ເຂົ້າ​ເຖິງ​ນີ້​ໄດ້​ເປີດ​ກຳ​ລັງ​ບົ່ມ​ຊ້ອນ​ພັດ​ທະ​ນາ​ໃໝ່. ບັນ​ດາ​ສູນ​ທ່າ​ກຳ​ປັ່ນ​ສາ​ກົນ, ເຂດ​ການ​ຄ້າ​ເສ​ລີ, ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ, ເສດ​ຖະ​ກິດ​ດີ​ຈີ​ຕອນ, logistics ຫຼື ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ ບໍ່ພຽງ​ແຕ່​ສ້າງ​ກຳ​ລັງ​ໜູນ​​ເຕີບ​ໂຕ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູ​ງ​ຄວາມ​ສາ​ມາດແກ່ງ​ແ​ຍ່ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຍາວ​ອີກ​ດ້ວຍ.

ພັດ​ທະ​ນາ​ເພື່ອ​ປັບ​ປຸງ​ກຳ​ລັງ​ແຮງ​ແຫ່ງ​ຊາດ

ສິ່ງ​ເປັນ​ໜ້າ​ສົນ​ໃຈ​ອື່ນ​ຂອງ​ມະ​ຕິ​ແມ່ນ​​ການ ພັດ​ທະ​ນາ ແລະ ປົ​ກ​ປັກ​ຮັກ​ສາ​ປະ​ເທ​ດ​ຊາດ ບໍ່​ພຽງ​ແຕ່​ນອນ​ໃນ​ສາຍ​ພົວ​ພັນ​ທີ່​ໄດ້​ຄັດ​ເລືອກ​ເທົ່າ​ນັ້ນ, ຫາກ​ໄດ້​ເພີ່ມ​ເຕີມ​ໃຫ້​ແກ່​ກັນ. ແຕ່​ລະ​ກິດ​ຈະ​ກຳ​ເສດ​ຖະ​ກິດ​ທະ​ເລ ລ້ວນ​ແຕ​່​ຕ​້ອງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ປ້ອງ​ກັນ​ຊາດ. ກົງ​ກັນ​ຂ້າມ, ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ປອດ​ໄພ​ທາງ​ທະ​ເລ​ແມ່ນ​ເງື່ອນ​ໄຂ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ, ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທ່ານຮອງ​ສາດ​ສະ​ດາ​ຈານ, ປອ ວໍ​ຊ​ິ​ຕວັນ ເນັ້ນ​ໜັກ​ວ່າ:

“ການ​ຮ່ວມ​ມື​ສາ​ກົນ​ແມ່ນ​ຂາດບໍ່​ໄດ້ ຍ້ອນ​ບັນ​ດາ​ບັນ​ຫາ​ທາງ​ທະ​ເລ​ແມ່ນບໍ່​ມີ​ພົມ​ແດນ. ສ່ວນບັນ​ດາ​ບັນ​ຫາ​ຂ້າມ​ຊາຍ​ແດນ​ພວມ​ເຮົາ​ຕ້ອງ​​ພ້ອມ​ກັບ​ປະ​ເທດ​ຕ່າງໆແກ້​ໄຂ​. ພວກ​ເຮົາ​ຕ້ອງ​ກ້າ​ຫານ ແລະ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສາ​ກົນ, ແບ່ງ​ປັນ​ແຫຼ່ງ​ກຳ​ລັງ, ແບ່ງ​ປັນ​ຂໍ້​ມູນ. ພວກ​ເຮົາ​ພ້ອມ​ກັບ​ປະ​ເທດ​ຕ່າງໆແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ, ບໍ່​ພຽງ​ແຕ່​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​​ນັບ​ທັງ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດອີກ​ດ້ວຍ. ​ຖ້າບໍ່​ຮ່ວມ​ມື​ນຳກັນ ພວກ​ເຮົາ​ຍາກ​ທີ່​ຈະ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແບບ​ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົ​ນ​ສູງ​ໄດ້”.

ມະ​ຕິ​ກ່ຽວ​ກັບ​ການ “ກໍ່​ສ້າງ ແລະ ພັດ​ທະ​ນາ ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ທະ​ເລ” ບໍ່​ພ​ຽງ​ແຕ່​ເປີດ​ເຂດ​ພັດ​ທະ​ນາ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ຢືນ​ຢັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ ຫວຽດ​ນາມ. ນັ້ນ​ແມ່ນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ທັນ​ສະ​ໄໝ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ການ​ບໍ​ລິ​ຫານ​ແບບ​ຍືນ​ຍົງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ສັນ​ຕິ​ພາບ ແລະ ຄວາມວັດ​ທະ​ນາ​ຖາ​ວອນລວມ.