ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ສຳນັກງານລັດຖະບານທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ໄດ້ເປັນປະທານກອງປະຊຸມຄັ້ງທີ 35, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ ແລະ ພັດທະນາ ຂະແໜງສິນໃນນ້ຳ ແບບຍືນຍົງ (ຄະນະຊີ້ນຳແຫ່ງຊາດກ່ຽວກັບ IUU)
ຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ກວັກຢຸງ ໄດ້ເນັ້ນໜັກວ່າ ເວລາຜ່ານ, ມາບັນດາຂະແໜງການ, ທ້ອງຖິ່ນໄດ້ສຸມໃສ່ສຳຫຼວດກວດຄືນ, ແກ້ໄຂບັນດາຂໍ້ຕິດຂັດຕາມການສະເໜີຂອງຄະນະກຳມະການເອີລົບ (EC), ເພີ່ມທະວີເຄື່ອງອຸປະກອນຕິດຕາມການເດີນທາງ (VMS) ແລະ ຕິດຕາມກຳປັ່ນຫາປາຜ່ານລະບົບ VMS, ຄຸ້ມຄອງບໍລິຫານການເຄື່ອນໄຫວເຂົ້າອອກທ່າກຳປັ່ນຢ່າງແໜ້ນແຟ້ນ. ວຽກງານຄົ້ນຫາຕົ້ນກຳເນີນຂອງສິນໃນນ້ຳ ໄດ້ຮັບປະກັນລັກສະນະໂປ່ງໃສເທື່ອລະກ້າວ.
ໃນອາທິດຈະມາເຖິງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມຕ້ອງຈັດກອງປະຊຸມເພື່ອຜັນຂະຫຍາຍແຜນການນີ້ ແລະ ປຸກລະດົມບັ້ນເຄື່ອນໄຫວຈຸດສູງ. ສະເໜີການນຳບັນດາກະຊວງຂະແໜງການເຂົ້າຮ່ວມຢ່າງຂ້ຽວຂາດ, ບັນດາທ້ອງຖິ່ນບົນພື້ນຖານແຜນການຂອງລັດຖະບານສ້າງແຜນການລະອຽດເພື່ອຜັນຂະຫຍາຍປະຕິບັດໃຫ້ແກ່ຂະແໜງຕົນ, ທ້ອງຖິ່ນຕົນ. ແກ້ໄຂຂໍ້ຄົງຂ້າງໂດຍພື້ນຖານ, ສຸມໃສ່ແກ້ໄຂບັນດາກໍລະນີຍັງຄົງຂ້າງແຕ່ປີ 2024 ມາຮອດປັດຈຸບັນ.




