ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken (ພາບ:AFP)

ໃນຖະແຫຼງການໜຶ່ງ, ທ່ານ Antony Blinken ເນັ້ນໜັກວ່າ: “ການຕໍ່ກຳນົດເວລາສົນທິສັນຍາ New START ຮັບປະກັນວ່າ ບັນດາຂໍ້ຈຳກັດຂອງພວກເຮົາສາມາດກວດກາໄດ້ສຳລັບລູກສອນໄຟນຳວິຖີ ແລະ ລູກສອນໄຟຂ້າມທະວີບຈາກກໍ່າປັ່ນດຳນ້ຳ ແລະ ເຮືອບິນຖີ້ມລູກລະເບີດຂະໜາດໃຫຍ່ຂອງ ລັດເຊຍ ຮອດວັນທີ 5 ກຸມພາ ປີ 2026”.

ຕາມການຕົກລົງໃນເບື້ອງຕົ້ນແລ້ວ, ສົນທິສັນຍາ New START ຈະໝົດກຳນົດເວລາໃນວັນທີ 5 ກຸມພາ. ເຖິງຢ່າງໃດກໍຕາມ, ພາຍຫຼັງໄດ້ຮັບການດຳລົງຕຳແໜ່ງ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin ໃນວັນທີ 26 ມັງກອນ ແລະ ສອງຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບການຕໍ່ກຳນົດເວລາ ສົນທິສັນຍາ New START ຕື່ມອີກ 5 ປີ, ໝາຍຄວາມວ່າຮອດວັນທີ 5 ກຸມພາ ປີ 2026. ຕາມນັ້ນແລ້ວ, ສອງຝ່າຍຈະສຳເລັດລະບຽບການທີ່ຈຳເປັນເພື່ອຮັບປະກັນໃຫ້ກົນໄກນິຕິກຳສາກົນທີ່ສຳຄັນນີ້ ສືບຕໍ່ມີຜົນສັກສິດ ໃນການຈຳກັດສາງອາວຸດນິວເຄຼຍຂອງແຕ່ລະຝ່າຍ.