ວັນ​ທີ 15 ພຶດ​ສະ​ພາ, ທ່ານ ຫວາງ​ອີ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ໄດ້ຢັ້ງຢືນວ່າ ​ທ່ານ ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ ຈີນ ຈະ​ມີ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອາ​ເມ​ລິ​ກາ ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ​ປີ​ນີ້ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍດີ ອາ​ເມ​ລິ​ກາ.ກ່າວ​ຄຳ​ເຫັນ​ພາຍຫຼັງ​ສິ້ນ​ສຸດ​ການ​ຖະ​ແຫຼງ​ຂ່​າວ​ກ່ຽວ​ກັບ​ການ​ພົບ​ປະ​ທີ່ຫາກໍ່​ຜ່ານ​ມາ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ​ຢູ່ ​ປັກ​ກິ່ງ, ທ່ານ ຫວາງ​ອີ ​ເນັ້ນ​ໜັກ​ວ່າ: ຈີນ ແລະ ອາ​ເມ​ລິ​ກາ ຕ້ອງ​ປະ​ສາ​ນ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ກະ​ກຽມ​ຢ່າ​ງ​ລະ​ອຽດໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ລະ​ຫວ່າງ​ການ​ນຳ​ສອງ​ທ່ານ, ພ້ອມ​ທັງ​ສ້າງ​ບັນ​ຍາ​ກາດອັນ​ສະ​ດວກ​ເພື່ອ​ຊຸກ​ຍູ້​ບັນ​ດ​າ​ໝາກ​ຜົນ​ຂອງ​ກາ​ນ​ຮ່ວມ​ມື​ໃໝ່​ຕື່ມ​ອີກ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ທ່ານ ຫວາງ​ອີ ກໍ່​ປະ​ກາດ “​ວິ​ໄສ​ທັດ​ໃໝ່” ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ ເຊິ່ງກ​ານ​ນຳ​ສອງ​ທ່ານ​ບັນ​ລຸ​ໄດ້​ທີ່​ການ​ພົບ​ປະ​ຢູ່​ ປັກ​ກິ່ງ.