ວັ​ນ​ທີ 15 ພຶດ​ສະ​ພາ, ທ່ານ Tommy Pigott ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ວ່າ ລີ​ບັງ ແລະ ອິດ​ສະ​ລາ​ແອັນ ​ໄດ້​ຕໍ່​ກຳ​ນົດ​ເວ​ລາ​ຄຳ​ສັ່ງ​ຢຸດ​ຍິງ​ຕື່ມ​ອີກ 45 ວັນ, ໂດຍ​ບໍ່​ຫົວ​ຊາ​ຕໍ່​ການ​ປະ​ທະ​ກັນ​ທີ່​ຍັງ​ເກີດ​ຂຶ້ນ​ຢູ່​ພາກ​ໃຕ້ ລີ​ບັງ ລະ​ຫວ່າງກອງ​ທັບ ອິດ​ສະ​ລາ​ແອັນ ແລະ ຂະ​ບວນ​ການ ​ອິດ​ສະ​ລາມ Hezbollah. ຕາມ​ທ່ານ Tommy Pigott ​ແລ້ວ, ໃນຮອ​ບ​ເຈ​ລະ​ຈາ “​ມີ​ປ​ະ​ສິດ​ທິ​ຜົນ” ໄດ້​ແກ່​ຍາວ​ເປັນ​ເວ​ລາ 2 ວັນຢູ່ ວໍ​ຊິງ​ຕັນ ນັ້ນ, ອິດ​ສະ​ລາ​ແອັນ ແລະ ລີ​ບັງ ໄດ້​ເຫັນ​ດີເປັນ​ເອ​ກະ​ພາບ​ຕໍ່​ການທີ່ “ຄຳ​ສັ່ງ​ຢຸດ​ຍິງ ລົງ​ວັນ​ທີ 16 ເມ​ສາ ໄດ້​ຕໍ່​ກຳ​ນົດ​ຕື່ມ​ອີກ 45 ວັນ​ເພື່ອ​ສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ບັນດາ​ຄວາມ​ຄືບ​ໜ້າ​ຫຼາຍກວ່າ​ອີກ. ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຈະເປັນ​ປະ​ທານ​ຮອບ​ເຈ​ລະ​ຈາ​ຄັ້ງ​ຕໍ່ໄປ​ໃນ​ວັນ​ທີ 2 – 3 ມິ​ຖຸ​ນາ ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ເມືອງ​ຍາວ​ນານ. ໄປ​ຄຽງ​ຄູ່​ກັນ​ນັ້ນ, ທຳ​ນຽບ 5 ແຈ ກໍ່ຈະໄດ້​ຈັດ​ກອງ​ປະ​ຊຸມ​ເປັນ​ກຸ່ມກັບ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຈາ​ກກອງ​ທັບ​ສອງ​ປະ​ເທດ​ໃນ​ວັນ​ທີ 29 ພຶດ​ສະ​ພາ.