ຕອນ​ບ່​າຍ​ວັນ​ທີ 15 ພຶດ​ສ​ະ​ພາ, ຢູ່​ແຂວງ ດົ່ງ​ທາບ ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ, ຊຸກ​ຍູ້​ການ​ນຳ​ເຂົ້າ​ສົ່ງ​ອອກ​ ເຂດ​ພາກ​ໃຕ້ ປີ 2026 ດ້ວຍ​ຫົວ​ຂໍ້ “ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ ແລະ ການ​ພັດ​ທະ​ນາ​ການ​ຄ້າ​ເຂດ​ຊາຍ​ແດນ​ແບບ​ຍືນ​ຍົງ ຫວຽດ​ນາມ - ກຳ​ປູ​ເຈຍ”. ກອ​ງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 250 ທ່ານ​ເຊິ່ງ​ແມ່ນ​ການ​ນຳ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ, ອົງການຈັດ​ຕັ້ງການ​ສົ່ງ​ເສີມ​ການ​ຄ້າ, ສະ​ມາ​ຄົມ​ຂະ​ແໜງ​ການ ແລະ ປະ​ຊ​າ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ມີ​ການ​ເຕີ​ບ​ໂຕ​ໂດຍ​ໄວ ແລະ ຕໍ່​ເນື່ອງ. ທ່ານ ​ເລ​ຮ​ວ່າງ​ຕ່າຍ, ຮອງ​ຫົວ​ໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການຄ້າ ຫວຽດນາມ ໃຫ້​ຮູ້​ວ່າ:

ຫວຽດ​ນາມ - ກຳ​ປູ​ເຈຍ ມີຫຼາຍ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລວມ ​ກໍ່​ຄື​ແມ່ນ​ຢູ່​ໃນ​ກຸ່ມ​ອາ​ຊຽນ ຫຼື​ສັນ​ຍາ FTA ຢູ່​ພາກ​ພື້ນ​ສະ​ບັບ​ຕ່າງໆ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ຈະໝູນ​ໃຊ້​ບັນ​ດາ​ສັນ​ຍາ FTA ນີ້​ເພື່ອ​ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ - ການລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ. ພວກ​ເຮົາ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ຫັນ​ສິນ​ຄ້າ​ປະ​ເພດ​ຕ່າງໆ, ມາດ​ຖານດ້ານ​ເຕັກ​ນິກ​ບັນລຸມາດຕະຖານເພື່ອ​ຕອບ​ສະ​ໜອງ​ໃຫ້​ແກ່​ການ​​ແລກ​ປ່ຽນ​ຄ້າ​ຂາຍ​ລະ​ຫວ່າງວິ​ສາ​ຫະ​ກິດ​ສອງ​ປະ​ເທດ.