ເມື່ອ​ຕອບ​ສຳ​ພາດ​ຕໍ່​ຊ່ອງ​ໂທ​ລະ​ພາບ CNBC, ທ່ານ Jamieson Greer ຜູ້​ຕາງ​ໜ້າ​ດ້ານ​ການ​ຄ້າ ອາ​ເມ​ລິ​ກາ ກໍ​ໄດ້​ເຕື້ອ​ງ​ເຖິ​ງ​ເລື່ອງ ອາ​ເມ​ລິ​ກາ ມີ​ກົດ​ໝາຍ​ຫ້າມ​ດຳ​ເນີນ​ທຸ​ລະ​ກຳ​ສິນ​ຄ້າ​ທີ່​ໄດ້​ຜະ​ລິດ​ດ້ວຍ​ແຮງ​ງານ​ຜູ້​ຖືກ​ບັງ​ຄັບ, “ໃນ​ຂະ​ນະ​ທີ່​ສ່ວນ​ໃຫຍ່​ປະ​ເທດ​ອື່ນ ຍັງ​ບໍ່​ທັນ​ປະ​ກາດ​ໃຊ້​ກົດ​ໝາຍ​ທີ່​ຄ້າຍ​ຄື​ກັນ ຫຼື ປະ​ຕິ​ບັດ​ຂໍ້​ກຳ​ນົດ​ໃນ​ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ມີ​ປະ​ສິດ​ທິ​ຜົນ​ເທື່ອ”. ທ່ານ Jamieson Greer ກໍ​ໃຫ້​ຮູ້​ວ່າ ຄາດ​ວ່າ ວໍ​ຊິງ​ຕັນ ຈະ​ຍົກ​ອອກ​ມາດ​ຕະ​ການ​ໃໝ່​ທີ່​ມີ​ຄວາມ​ປົກ​ຄຸມ​ສ່ວນ​ຫຼາຍ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າຂອງ​ ອາ​ເມ​ລິ​ກາ ໃນ​ໄວໆນີ້, ແຕ່​ບໍ່​ຍົກ​ໃຫ້​ຮູ້​ຈຸດ​ເວ​ລາ​ລະ​ອຽດ.

ໜັງ​ສື​ພິມ Financial Times ໄດ້​ຄັດ​ສະ​ເໜີ​ບັນ​ດາ​ແຫຼ່ງ​ຂໍ້​ມູນ ໂດຍ​ໃຫ້​ຮູ້​ວ່າ: ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ອາດ​ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີ​ແຕ່ 10 – 12,5% ສຳ​ລັບ​ສິນ​ຄ້າ​ທີ່​ນຳ​ເຂົ້າ​ຈາກ 60 ປະ​ເທດ ໃນ​ອາ​ທິດ​ນີ້ ແລະ ຖື​ວ່າ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ນີ້ ບໍ່​ມີ​ມາດ​ຕະ​ການ​ທີ່​ສົມ​ເຫດ​ສົມ​ຜົນ​ເພື່ອ​ສະ​ກັດ​ກັ້ນ​ແຮງ​ງານ​ຜູ້​ຖືກ​ບັງ​ຄັບ.