ໃນຂອບເຂດງານວາງສະແດງ Farnborough International Airshow 2026 (20/7- 21/7) ຢູ່ ລາຊະອານາຈັກ ອັງກິດ ທີ່ຫາກໍສິ້ນສຸດລົງໃນວັນທີ 21 ກໍລະກົດ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines)ໄດ້ລົງນາມໃນບັນດາຂໍ້ຕົກລົງເຊົ່າເຮືອບິນ Boeing 737 MAX 8 ຕື່ມອີກ 19 ລຳກັບ 3 ບໍລິສັດໃຫ້ເຊົ່າເຮືອບິນແຖວໜ້າໂລກ.
ຕາມທ່ານ Barry Flannery, ຜູ້ອຳນວຍການໃຫຍ່ການຄ້າຂອງ SMBC Aviation Capital, ຫວຽດນາມ ພວມຢູ່ໃນທ່າກາຍເປັນໜຶ່ງໃນບັນດາຕະຫຼາດການບິນເຕີບໂຕໄວທີ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ ໃນ 2 ທົດສະວັດຈະມາເຖິງ.
ສ່ວນທ່ານ Paul Geaney, ປະທານ, ຜູ້ອຳນວຍການຝ່າຍການຄ້າຂອງ Avolon, ກໍຖືວ່າ ປະຈຸບັນ ອາຊີ - ປາຊີຟິກ ແມ່ນເຂດການບິນໃຫຍ່ທີ່ສຸດ ແລະ ເຕີບໂຕໄວທີ່ສຸດໃນໂລກ; ໃນກຸ່ມ 10 ຕະຫຼາດການບິນແຖວໜ້າຢູ່ພາກພື້ນ, ຫວຽດນາມ ແມ່ນປະເທດມີລະດັບເຕີບໂຕໄວໃນທົດສະວັດຜ່ານມາ, ດ້ວຍລະດັບເພີ່ມຂຶ້ນ 121%.





