ວັນ​ທີ 21 ກໍ​ລ​ະ​ກົດ, ລັດ​ຖະ​ບານ ກູ​ເວດ ໃຫ້​ຮູ້​ວ່າ ບັນ​ດາ​ລູກ​ສອນ​ໄຟຂອງ ອີ​ຣານ ໄດ້​ຍິງ​ຖືກ​ໂຮງ​ງານ​ໄຟ​ຟ້າ​ຈຳ​ນວນ​ໜຶ່ງງ0​ແລະ ຮາກ​ຖານ​ບຳ​ບັດ​ນ້ຳ​ທະ​ເລ ໃນ​ຕ​ອນ​ກາງ​ຄືນ​ວັນ​ທີ 20 ກໍ​ລະ​ກົດ, ເຮັດ​ໃຫ້​ປະ​ເທດ​ນີ້​ຕ້​ອງ​ຮຽກ​ຮ້ອງ​ໃຫ້ປະ​ຊາ​ຊົນ ໃຊ້​ໄຟ​ຢ່າງ​ປະ​ຢັດໃນ​ສະ​ພາບ​ການທີ່​ຄວາມ​ຕ້ອງ​ການໃຊ້​ໄຟ​ເພີ່ມ​ຂຶ້ນ​ສູງ​ຍ້ອນ​ອາ​ກາດ​​ຮ້ອນ. ຢູ່ ບາ​ເຣັນ, ມີຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ແລະ UAV ສືບ​ຕໍ່​ດຳ​ເນີນ​ໃນ​ວັນ​ດຽວ​ກັນ. ກອງ​ທັບ ຈໍ​ແດນ ໃຫ້​ຮູ້​ວ່າ ໄດ້​ຍິງ​ເຮືອ​​ບິນ​ບໍ່​ມີ​ຄົນ​ຂັບຕົກ 5 ລຳ ແລະ ລູກ​ສອນ​ໄຟ 3 ລຳ ຂອງ ອີ​ຣານ ແນ​ໃສ່​ປະ​ເທດ​ນີ້.

ໃນ​ຂະ​ນະ​ນັ້ນ, ກອງ​ບັນ​ຊາ​ການ​ທະ​ຫານ​ສູນ​ກາງ ອາ​ເມ​ລິ​ກາ (CENTCOM) ໃຫ້​ຮູ້​ວ່າ ​ຈະສືບ​ຕໍ່​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງໃສ່​ເຂດສູນ​ກາງ​ບັນ​ຊາ​ການ​ທະ​ຫານ, ຖານ​ຍິງ​ລູກ​ສອນ​ໄຟ, ເຄື່ອງ​ບິນ​ບໍ່​ມີ​ຄົນ​ຂັບ, ກຳ​ລັງທະ​ຫານ​ເຮືອ ແລະ ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ ອີ​ຣານ.