ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ ອາຊຽນ ແລະ ອາເມລິກາ ຊຸກຍູ້ການຄ້າ ແລະ ການລົງທຶນຕາມທິດເປີດອົກເປີດໃຈ, ໂປ່ງໃສ, ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດດີຈີຕອນ, ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ… ພ້ອມທັງສະເໜີໃຫ້ ອາເມລິກາ ສືບຕໍ່ໃຫ້ການໜູນຊ່ວຍຮ່ວມມືອະນຸພາກພື້ນແມ່ນ້ຳຂອງຕື່ມອີກ.
ເມື່ອເວົ້າເຖິງບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານລັດຖະມົນຕີ ເລຮວ່າຍຈູງ ຮຽກຮ້ອງໃຫ້ ອາເມລິກາ ສືບຕໍ່ປະກອບສ່ວນສ້າງໂຄງປະກອບພາກພື້ນທີ່ເປີດອົກເປີດໃຈ, ກວມລວມ, ໂປ່ງໃສ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ອີງຕາມຂໍ້ກຳນົດກົດໝາຍ, ໂດຍ ອາຊຽນ ສວມບົດບາດເປັນໃຈກາງ.





