ພ​ິ​ທີ​ໄຂ​ສັບ​ປະ​ດາ​ຟິມ​ຮູບ​ເງົາ​ເນື່ອງ​ໃນ​ໂອ​ກາດ​​ຈາ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026) ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ກໍ​ລະ​ກົດ, ຢູ່​ໂຮງ​​ຮູບ​ເງົາ​ແຫ່ງ​ຊາດ, ທີ່ ຮ່າ​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.

ຈຸດ​ເດັ່ນ​ຂອງ​ສັບ​ປະ​ດາ​ຟິ​ມ​ຮູບ​ເງົາ​ປີນີ້​ແມ່ນ ເປັນ​ຄັ້ງ​ທຳ​​ອິດທີ່​ທັງ​ລະ​ບົບ​ໂຮງ​​ຮູບ​ເງົາ​ກາ​ນ​ຄ້​າ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ສາຍ​ຟິມ​ຮູບ​ເງົາ​ໂດຍບໍ່​ເກັບ​ຄ່າ, ຮັບ​ໃຊ້ນັກ​ຮົບເກົ່າ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ແລະ ຄອບ​ຄົວ​ນະ​ໂຍ​ບາຍ, ກຳ​ລັງ​ປະ​ກອບ​ອາ​ວຸດ, ສະ​ມາ​ຊິກ​ຊາວ​ໜຸ່ມ, ໄວ​ໜຸ່ມ... ທ່ານ ດັ້ງ​ເຈິ່ນ​ເກື່ອງ, ຫົວ​ໜ້າ​ກົມ​ຮູບ​ເງົາ, ຂຶ້​ນ​ກັບ​ກະ​ຊວງວັດ​ທະ​ນະ​ທຳ, ກິ​​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຮູ​້​ວ່າ

“ເພື່​ອ​ຮ່ວມ​ເດີນ​ທາງ​​ພ້ອມ​ກັບ​ໂຄງ​ການ 500 ວັນ​ ແລະ​ ຄື​ນ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາ​ມສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ກົມ​ຮູບ​ເງົາ ແລະ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ຈັດ​ສັບ​ປະ​ດາ​​ຈາ​ລຶກວັນ​ທີ 27 ກໍ​ລະ​ກົດ. ມີ​ການ​ສາຍ​ຮູບ​ເງົາ​ກວ່າ 1.000 ​ຮອບສະ​ຫງວນ​ໃຫ​້​ແກ່​ປະ​ຊາ​ຊົນ ແລະ ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ນັກ​ຮົບເກົ່າ, ທະ​ຫານ​ເສຍ​ອົງ​ຄະ, ຄອບ​ຄົວ​ຜູ້​ມີ​ຄຸ​ນ​ງາມ​ຄວາມ​ດີ ກໍ​ຄື​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ”.

ບັນ​ດາ​ຮູບ​ເງົາ​​ທີ່ໄດ້​ຄັດ​ເລືອກ​ມາ​ນັ້ນ​ລ້ວນ​ແຕ່​​ແມ່ນບັນ​ດາ​ຮູບ​ເງົາ​ດີ​ເດັ່ນ​ກ່ຽວ​ກັບ​ຫົວ​ຂໍ້​ປະ​ຕິ​ວັດ ແລະ ສົງ​ຄາມ​ການ​ຕໍ່​ສູ້​ປົ​ກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.