ໃນຂອບເຂດການໄປປະຕິບັດງານຢູ່ ປອກຕຸຍການ, ວັນທີ 21 ກໍລະກົດ, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານ ໂງມິນຫຽນ, ຮອງຜູ້ອຳນວຍການໃຫຍ່ນຳໜ້າ ໄດ້ມີການເຮັດວຽກກັບວິທະຍຸກະຈາຍສຽງ ແລະ ໂທລະພາບ ປອກຕຸຍການ (RTP) ຢູ່ນະຄອນຫຼວງ Lisbon. 2 ຝ່າຍໄດ້ແລກປ່ຽນບົດຮຽນໃນການພັດທະນາວິທະຍຸ, ການຫັນເປັນດີຈີຕອນ, ການນຳໃຊ້ປັນຍາປະດິດ; ເປັນເອກະພາບຮັກສາຊ່ອງແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນ ແລະ ເປັນເອກະພາບລົງນາມໃນເອກະສານຕົກລົງຮ່ວມມືໃນໄລຍະຈະມາເຖິງໂດຍໄວ.
ແລະກໍ່ໃນການໄປປະຕິບັດງານ, ຄະນະຜູ້ແທນກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳ ປອກຕຸຍການ. ຢູ່ທີ່ນີ້, ທ່ານ ຫງວຽນແມ້ງທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປອກຕຸຍການ ໄດ້ແລກປ່ຽນກັບຄະນະຜູ້ແທນ ຫວຽດນາມ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ປອກຕຸຍການ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍບັນດາການເຄື່ອນໄຫວຂອງ VOV ເພື່ອໂຄສະນາພາບພົດຂອງປະເທດຊາດ, ຊາວ ຫວຽດນາມ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ 2 ປະເທດ.





