ບົດລາຍງານປະຈຳປີຂອງ ສປຊ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສານອາຫານ ໄດ້ຊີ້ໃຫ້ເຫັນວ່າ ໂລກບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງໃນການຍູ້ຖອຍໄພອຶດຫິວໃນຊຸມປີມໍ່ໆມານີ້, ແຕ່ໝາກຜົນລະຫວ່າງບັນດາພາກພື້ນແມ່ນບໍ່ສະໝ່ຳສະເໝີກັນ. ທ່ານ David Laborde, ຜູ້ອຳນວຍການຄະນະເສດຖະກິດກະສິກຳ ແລະ ສະບຽງອາຫານຂຶ້ນກັບ ອົງການ ອາຫານ ແລະ ການກະເສດແຫ່ງ ສປຊ (FAO) ໃຫ້ຂໍ້ສັງເກດວ່າ “ຈຸດໃຈກາງຂອງໄພອຶດຫິວ ໄດ້ຫັນປ່ຽນຈາກທະວີບ ອາຊີ ໄປສູ່ ອາຟະລິກາແລ້ວ.
ບົດລາຍງານຂອງ FAO ສົມທົບກັບອີກ 4 ອົງການຂອງ ສປຊ ປະຕິບັດການຄາດຄະເນໄພອຶດຫິວ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນຢູ່ ອາຟະລິກາ 309 ລ້ານຄົນ ໃນປີ 2025, ເທົ່າກັບ 20% ຈຳນວນປະຊາກອນຂອງທະວີບນີ້. ຢືນອັນດັບທີ 2 ແມ່ນ ອາຊີ ດ້ວຍຈຳນວນ 292 ລ້ານຄົນ, ກວມເອົາ 6% ປະຊາກອນໃນພາກພື້ນ.





