ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ການຕ້ອນຮັບທ່ານ Tetsuo Konaka, ຫົວໜ້າຜູ້ຕາງໜ້າຫ້ອງ ການ JICA (ພາບ: hanoi.gov.vn) |
ຍົກອອກທັດສະນະທີ່ຖືວ່າ ພື້ນຖານເສດຖະກິດ 10 ປະເທດແຖວໜ້າໂລກລວມມີ ຍີ່ປຸ່ນ, ເມື່ອຖືກຜົນສະທ້ອນຈາກໂລກລະບາດ Covid – 19 ຈະສົ່ງ ຜົນກະທົບເຖິງເສດຖະກິດ ຂອງ ຫວຽດນາມ, ໃນນັ້ນມີຮ່າໂນ້ຍ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ມີຄວາມປາດຖະໜາວ່າ ສອງຝ່າຍຈະມານະພະຍາຍາມຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາໂຄງການ, ເພື່ອແນໃສ່ປັບປຸງການພົວພັນຮ່ວມມືລະຫວ່າງສອງຝ່າຍ, ຫຼຸດຜ່ອນບັນດາຜົນ ເສຍຫາຍ ຈາກໂລກລະບາດ Covid – 19.
ສ່ວນທ່ານ Tetsuo Konaka ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງຮ່າໂນ້ຍໃນການສະກັດກັ້ນໂລກລະບາດ ແລະ ຖືວ່າປະສິດທິຜົນທີ່ຫວຽດນາມບັນລຸໄດ້ໃນປັດຈຸບັນ ຍັງດີກ່ວາຂອງຍີ່ປຸ່ນອີກດ້ວຍ. ທ່ານ Tetsuo Konaka ກໍ່ຖືວ່າການນຳໃຊ້ແຫຼ່ງທຶນ ODA ຂອງ ຍີ່ປຸ່ນຢູ່ຮ່າໂນ້ຍໃນໄລຍະທີ່ຜ່ານມາ ບັນລຸໄດ້ໝາກຜົນ ຫຼາຍຢ່າງ ແລະ ໃຫ້ຂໍ້ສັງເກດວ່າ ເມື່ອໂຄງການເຂດເຕັກໂນໂລຢີສູງ ຮ່ວາລາກ ໄດ້ຮັບການກໍ່ສ້າງສົມບູນ, ຮ່າໂນ້ຍຈະມີກາລະໂອກາດຫຼາຍຢ່າງໃນການ ດຶງດູດແຫຼ່ງເງິນລົງທຶນຈາກບັນດາບໍລິສັດເຕັກໂນໂລຢີຂອງໂລກ.






