VOV WorldVOV World
ອາເມລິກາ ຢັ້ງຢືນດຳເນີນການເຈລະຈາກັບ ອີຣານ ຢູ່ ປາກິດສະຖານ
25/04/2026 07:50
[VOVWORLD] - ຝ່າຍ ອີຣານ ໄດ້ເປັນເຈົ້າການຕິດຕໍ່ພາຍຫຼັງຄຳຮຽກຮ້ອງດຳເນີນການພົບປະເຈລະຈາຂອງທ່ານປະທານາທິບໍດີ Donald Trump.
ອາເມລິກາ ຢັ້ງຢືນດຳເນີນການເຈລະຈາກັບ ອີຣານ ຢູ່ ປາກິດສະຖານ
12_25-4_AM SANG_My xac nhan.JPG (ພາບປະ​ກອບ: REUTERS/Waseem Khan)         ວັນ​ທີ 24 ເມ​ສາ, ທຳ​ນຽບ​ຂາວຢັ້ງ​ຢືນ​ວ່າ ທ່ານ​ທູດ​ພິ​ເສດ ອາ​ເມ​ລິ​ກາ Steve Witkoff ພ້ອມ​ກັບ​ທ່ານ Jared Kushner, ລູ​ກ​ເຂ​ີຍ​ຂອງ​ທ່ານ Donald Trump, ປະ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ເດີນ​ທາງ​ໄປ Islamabad, ປາ​ກິດ​ສະ​ຖານ ໃນ​ວັນ​ທີ 25 ເມ​ສາ ເພື່ອ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ ອີ​ຣານ, ໃນ​ສະ​ພາບ​ຄຳ​ສັ່ງ​ຢຸ​ດ​ຍິງ​ທີ່​ບອບ​ບາງ​ຍັງ​ມີ​ຜົນ​ສັກ​ສິດ​ຢູ່.         ຕາມ​ທ່ານນາງ Karoline Leavitt, ໂຄ​ສົກ​ທຳ​ນຽບ​ຂາວ ແລ້ວ, ຝ່າຍ ອີ​ຣານ ໄດ້​ເປັນ​ເຈົ້າ​ການ​ຕິດ​ຕໍ່​ພາຍ​ຫ​ຼັງ​ຄຳ​ຮຽກ​ຮ້ອງ​ດຳ​ເນີນ​ການ​ພົບ​ປະ​ເຈ​ລະ​ຈາ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump. ຝ່າຍ​​ເປັນກາງ​ໄກ​ເກ່ຍ​ການ​ເຈ​ລະ​ຈາ​ຈະ​ແມ່ນ​ລັດ​ຖະ​ບານ ປາ​ກິດ​ສະ​ຖານ. ອາ​ເມ​ລິ​ກາ ​ຕັ້ງຫວັງ​ວ່າ ການ​ພົບ​ປະ​ຈະ​ນຳ​ມາ​ເຊິ່ງ​ບາດ​ກ້າວ​ຄວາມ​ຄືບ​ໜ້າ​ລະ​ອ​ຽດ ເພື່ອ​ມຸ່ງ​ໄປ​ເຖິງ​ຂໍ້​ຕົກ​ລົງ, ພ້ອມ​ກັນ​ນັ້ນ ກໍ່ສ້າງ​ພື້ນ​ຖານ​ໃຫ້​ແກ່​ບັນ​ດາ​ບາດ​ກ້າວ​ຕໍ່​ໄປ​ໃນ​ການ​ຢຸດ​ຕິ​ການ​ປະ​ທະ​ກັ​ນ.
TAG
VOV/VOVWORLD/​ພົບ​ປະ​/​ບາດ​ກ້າວ/ຄືບ​ໜ້າ