ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງຂອງ UNESCO ເພື່ອມະນຸດ
25/04/2026 07:40
[VOVWORLD] - ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງ “UNESCO ເພື່ອມະນຸດ”, ຖືມະນຸດເປັນໃຈກາງຂອງອົງການ

Ảnh 1: (ẢNH CỘP LOGO) Đoàn Việt Nam tham dự Kỳ họp Hội đồng Chấp hành UNESCO lần thứ 224. Ảnh: Anh Tuấn-VOV-Paris ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 224 ແຕ່ວັນທີ 08 – 23 ເມສາ, ຢູ່ນະຄອນຫຼຼວງ ປາຣີ, ປະເທດ ຝລັ່ງ, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ໂງເລວັນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 224 ຂອງສະພາບໍລະຫານງານອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO). ທີ່ກອງປະຊຸມ, ທ່ານ ໂງເລວັນ ຢຶນຢັນວ່າ ຫວຽດນາມ ສະໜັບສະໜູນວິໄສທັດ ແລະ ວິທີເຂົ້າເຖິງ “UNESCO ເພື່ອມະນຸດ”, ຖືມະນຸດເປັນໃຈກາງຂອງອົງການ; ທຸກນະໂຍບາຍ ແລະ ລາຍການຕ້ອງຕອບສະໜອງຄວາມຕ້ອງການຢ່າງແທດຈິງຂອງປະຊາຊົນ, ພິເສດແມ່ນບັນດາກຸ່ມມີຄວາມສ່ຽງສູງ. ດ້ວຍຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ຫວຽດນາມ - UNESCO ໃນປີ 2026 (1976 – 2026), ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະບໍ່ພຽງແຕ່ແມ່ນສະມາຊິກທີ່ຕັ້ງໜ້າຂອງ UNESCO ເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືພ້ອມກັນສ້າງສັນອະນາຄົດຢ່າງແທດຈິງ ແລະ ມີປະສິດທິຜົນ, ເພື່ອໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ.
TAG
VOV/VOVWORLD/ສະມາຊິກ/ຕັ້ງໜ້າ/UNESCO
Related





