ກວດພົບຖ້ຳໃໝ່ 26 ຖ້ຳຢູ່ປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ
25/04/2026 05:03
[VOVWORLD] - ການສຳຫຼວດໂດຍມີການເຂົ້າຮ່ວມຂອງທິມງານສຳຫຼວດຖ້ຳຂອງ ອັງກິດ ແລະ ຊາວທ້ອງຖິ່ນ.

1_25-4_am_sang_phong_nha_anh_5.jpg ຄະນະໄດ້ສຳຫຼວດທັງໝົດ 29 ຖ້ຳ, ໃນນັ້ນມີຖ້ຳໃໝ່ 26 ຖ້ຳ (ພາບ: ຄະນະສຳຫຼວດ) ຕອນບ່າຍວັນທີ 24 ເມສາ, ຄະນະຄຸ້ມຄອງເຂດປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ ໄດ້ປະກາດໝາກຜົນການສຳຫຼວດຖ້ຳປີ 2026, ພົບເຫັນຫຼາຍສິ່ງໃໝ່ທີ່ມີຄຸນຄ່າດ້ານວິທະຍາສາດ ແລະ ເປີດອອກຄວາມສາມດບົ່ມຊ້ອນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາການທ່ອງທ່ຽວແບບຍືນຍົງ. ການສຳຫຼວດໂດຍມີການເຂົ້າຮ່ວມຂອງທິມງານສຳຫຼວດຖ້ຳຂອງ ອັງກິດ ແລະ ຊາວທ້ອງຖິ່ນ. ການເຄື່ອນໄຫວໄດ້ຜັນຂະຫຍາຍຢູ່ຫຼາຍເຂດ, ຄື: ຕາແສງ ຟອງຍາ, ເທື້ອງແຈັກ, ກິມຝູ… ຄະນະໄດ້ສຳຫຼວດທັງໝົດ 29 ຖ້ຳ, ໃນນັ້ນມີຖ້ຳໃໝ່ 26 ຖ້ຳ. ມີຫຼາຍຖ້ຳທີ່ມີຂອບຂະໜາດໃຫຍ່, ມີຄຸນຄ່າດ້ານວິທະຍາສາດສູງ ໄດ້ຮັບການຮັບຮູ້. ທ່ານ ຟ້າມຮົ່ງຖາຍ, ຫົວໜ້າເຂດປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ, ໃຫ້ຮູ້ວ່າ: “ວຽກງານສຳຫຼວດ, ຄົ້ນຄວ້າລະບົບຖ້ຳໃນບໍລິເວນແຂວງບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ເປີດບັນດາຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການອະນຸລັກຮັກສາ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ. ມາຮອດປະຈຸບັນ ສາມາດຢັ້ງຢືນໄດ້ເຂດຖ້້ຳຫຼັກ 7 ຖ້ຳ, ດ້ວຍການສຳຫຼວດຄວາມຍາວທັງໝົດກວ່າ 254 ກມ, ນຳເຂດນີ້ໃຫ້ກາຍເປັນໜຶ່ງໃນບັນດາເຂດທີ່ມີລະບົບຖ້ຳອຸດົມສົມບູນ ແລະ ເປັນເອກະລັກສະເພາະທີ່ສຸດໃນໂລກ”.
TAG
VOV/VOVWORLD/ອະນຸລັກຮັກສາ/ພັດທະນາ/ທ່ອງທ່ຽວ
Related







