ຜັນຂະຫຍາຍຈຸດສຸມບັ້ນ 500 ເວັນ ແລະ ຄືນຊອກຫາ, ທ້ອນໂຮມ, ຢັ້ງຢືນຊື່ - ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ
25/04/2026 05:06
[VOVWORLD] - ນີ້ແມ່ນໜ້າທີ່ການເມືອງສຳຄັນພິເສດ, ມີຄວາມໝາຍທາງການເມືອງ, ສັງຄົມ ແລະ ມະນຸດສະທຳທີ່ເລິກເຊິ່ງ.

3_25-4_am_sang_trien_khai_anh_2.jpg ທ່ານພົນໂທ ຫງວຽນວັນເງົ໊າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: qdnd.vn) ວັນທີ 24 ເມສາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຜັນຂະຫຍາຍ “ບັ້ນ 500 ເວັນ ແລະ ຄືນປະຕິບັດການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ - ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”. ເປັນປະທານກອງປະຊຸມ, ທ່ານພົນໂທ ຫງວຽນວັນເງົ໊າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ແລະ ຢັ້ງຢືນຊື່ - ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ເນັ້ນໜັກວ່າ ນີ້ແມ່ນໜ້າທີ່ການເມືອງສຳຄັນພິເສດ, ມີຄວາມໝາຍທາງການເມືອງ, ສັງຄົມ ແລະ ມະນຸດສະທຳທີ່ເລິກເຊິ່ງ. ເພື່ອປະຕິບັດສຳເລັດເປົ້າໝາຍຂອງບັ້ນເຄື່ອນໄຫວ, ທ່ານພົນໂທ ຫງວຽນວັນເງົ໊າ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຍູ້ແຮງການປະຕິບັດການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນບັນດາສະຖານທີ່ຈຸດສຸມ, ຄື: ຕວຽນກວາງ, ກວາງຈິ, ດານັ້ງ, ກວາງງ້າຍ, ຢາລາຍ, ດັກລັກ… ພ້ອມກັນນັ້ນ, ກໍ່ຍູ້ແຮງຄວາມຄືບໜ້າ, ປະຕິບັດສຳເລັດການການກວດ ແລະ ທຳລາຍລະເບີດບໍ່ທັນແຕກຫຼັງສົງຄາມ, ວັດຖຸລະເບີດຢູ່ ວິຊວຽນ (ແຂວງ ຕວຽນກວາງ), ລາວກາຍ, ລ້າງເຊີນ ໃນປີ 2026 ເພື່ອຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ - ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ນັບແຕ່ເມື່ອຜັນຂະຫຍາຍບັ້ນເຄື່ອນໄຫວດັ່ງກ່າວ (ວັນທີ 15 ມີນາ 2026) ມາຮອດປະຈຸບັນ, ບັນດາກຳລັງທີ່ມີໜ້າທີ່ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ 177 ອັດຖິ, ກວດ ແລະ ທຳລາຍລະເບີດບໍ່ທັນແຕກຫລັງສົງຄາມໃນເນື້ອທີ່ດິນເກືອບ 630 ເຮັກຕາ.
TAG
VOV/VOVWORLD/ທ້ອນໂຮມ/ອັດຖິ/ນັກຮົບ/ເສຍສະຫຼະຊີວິດ
Related





