(ພາບປະກອບ REUTERS/TTXVN)

ບັນດາໂຄງການນີ້ ໄດ້ຮັບການຜັນຂະຫຍາຍເພື່ອອະນຸຍາດໃຫ້ບັນດາພາລະກອນຂອງລັດຖະບານ ຈີນ ເຂົ້າຮ່ວມບັນດາໂຄງການແລກປ່ຽນທີ່ນຳໃຊ້ທຶນອຸປະຖຳຂອງລັດຖະບານຕ່າງປະເທດ. ໃນແຈ້ງການທີ່ຫາກໍ່ຍົກອອກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖືວ່າ: ບັນດາໂຄງການທີ່ໄດ້ຢຸດຕິ ນັ້ນລ້ວນແຕ່ແມ່ນຂອງລັດຖະບານ ຈີນ ອຸປະຖຳທັງໝົດ.

ອຳນາດການປົກຄອງປະທານາທິບໍດີ Trump ພວມເພີ່ມທະວີບັນດາມາດຕະການ ທີ່ເລັ່ງໃສ່ ຈີນ ໃນຊຸມອາທິດສຸດທ້າຍຂອງອາຍຸການ. ການກະທຳໃໝ່ນີ້ ອາດຈະສືບຕໍ່ເຮັດໃຫ້ຄວາມເຄັ່ງຕຶງ 2 ຝ່າຍ ເພີ່ມຂຶ້ນ ໃນສະພາບສົງຄາມດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ທັນສິ້ນສຸດລົງເທື່ອ.