ພາບປະກອບ: REUTERS |
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວໃນເຮືອນສ່ວນຕົວ, ທ່ານ ນາຍົກລັດຖະມົນຕີ ໄຮຕິ Joseph Jouthe ໃຫ້ຮູ້ວ່າ ໃນຈຳນວນ 23 ຄົນທີ່ຖືກຈັບຕົວມີເຈົ້າໜ້າທີ່ຕຳຫຼວດຂັ້ນສູງທ່ານໜຶ່ງ, ນອກຈາກນັ້ນ ກຳລັງທີ່ມີໜ້າທີ່ຮັບຜິດຊອບກໍ່ຢຶດ ເງິນ ແລະ ປືນໄດ້ເປັນຈຳນວນຫຼາຍ. ກ່າວຄຳເຫັນຫຼັງຈາກນັ້ນ ຢູ່ສະໜາມບິນ Port – Au – Prince, ທ່ານປະທານາທິບໍດີ Jovenel Moise ໃຫ້ຮູ້ວ່າ ຈຸດປະສົງຂອງບັນດາເປົ້າໝາຍນີ້ແມ່ນ ເພື່ອແນໃສ່ ທຳລາຍຊີວິດຂອງທ່ານ.








