ພິທີໄຂ “ສັບປະດາກິດຈະກຳຂຽວ ຫວຽດນາມ ປີ 2020” (ພາບ: baotainguyenmoitruong.vn) |
ການຈັດ “ສັບປະດາກິດຈະກຳຂຽວ ຫວຽດນາມ” ແມ່ນເພື່ອແນໃສ່ສ້າງເວທີປາໄສແຫ່ງການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ ກ່ຽວກັບການສ້າງກົນໄກນະໂຍບາຍໃນຂົງເຂດກໍ່ສ້າງ, ຕົວເມືອງ; ປະກອບສ່ວນຊຸກຍູ້ບັນດາໂຄງການພັດທະນາຕົວເມືອງຕາມທິດ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ນຳໃຊ້ຊັບພະຍາກອນຢ່າງປະຢັດ ແລະ ມີປະສິດທິຜົນ. ດ້ວຍບັນດາການເຄື່ອນໄຫວແທດຈິງ, ຫວຽດນາມ ໄດ້ຢັ້ງຢືນກັບໂລກກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາສາກົນ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ. ໃນຂອບເຂດຂອງເຫດການດັ່ງກ່າວ ຍັງດຳເນີນກອງປະຊຸມສຳມະນາຕາມຫົວເລື່ອງ, ການໂອ້ລົມສົນທະນາກ່ຽວກັບນະໂຍບາຍ, ວາລະປະຊຸມຄົບຄະນະ ແລະ ງານວາງສະແດງຕ່າງໆອີກດ້ວຍ.






