ໄຂກອງປະຊຸມໃຫຍ່ສະມາຄົມແພດໝໍໜຸ່ມ ຫວຽດນາມ ອາຍຸການ 2020 – 2025 (ພາບ: TTXVN) |
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນແອງຕ໊ວນ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ປາດຖະໜາວ່າ ບັນດາສະມາຊິກຂອງສະມາຄົມ ຈົ່ງສືບຕໍ່ສູ້ຊົນ, ຝືກຝົນຫລໍ່ຫລອມຮ່ຳຮຽນເພື່ອກາຍເປັນແພດໝໍດີເດັ່ນທີ່ມີຈັນຍາບັນໃນການກວດປິ່ນປົວພະຍາດໃຫ້ຄົນເຈບ ແລະ ມີລະດັບຄວາມຮູ້ດ້ານວິຊາສະເພາະ; ໝູນໃຊ້, ຊອກຮູ້ບັນດາວິທີການປິ່ນປົວໃໝ່ ແລະ ໜູນໃຊ້ເຕັກໂນໂລຊີການແພດການຢາໃນໂລກເຂົ້າໃນວຽກງານຂອງຕົນ; ສົມທົບບັນດາຄຸນຄ່າຂອງການແພດພື້ນເມືອງກັບບັນດາຄຸນຄ່າການແພດທັນສະໄໝ.
ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມແພດໝໍໜຸ່ມ ຫວຽດນາມ ຄັ້ງທີ 4 ອາຍຸການ 2020 – 2025 ໄດ້ຍ້ອງຍໍຊົມເຊີຍແພດໝໍໜຸ່ມ ຫວຽດນາມ ດີເດັ່ນປີ 2020 ແມ່ນ 10 ຄົນ.






