ນ້ຳຖ້ວມອາດສາມາດກໍ່ຜົນເສຍຫາຍໃຫ້ພື້ນຖານເສດຖະກິດ ໄທ ຢ່າງໜ້ອຍສຸດ 11 ຕື້ບາດ (327 ລ້ານ USD), ແລະ ຕົວເລກນີ້ອາດສາມາດຈະເພີ່ມຂຶ້ນຖ້າສະພາບການບໍ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຕາມການຄາດຄະເນຂອງທ່ານ ຮອງສາດສະດາຈານ, ປ.ອ Aat Pisanwanich ຂຶ້ນກັບພະແນກເສດຖະກິດຂອງມະຫາວິທະຍາໄລ Rangsit, ໄທແລ້ວ, ຄາດວ່ານ້ຳຖ້ວມຈະພາໃຫ້ ລະດັບການເຕີບໂຕ GDP ຂອງໄທໃນປີນີ້ຫຼຸດ 0,3%, ລົງເຫຼືອພຽງ 2,1%, ພ້ອມທັງເຮັດໃຫ້ ລະດັບການເຕີບໂຕຂອງໄຕມາດທີ III/2026 ຫຼຸດປະມານ 0,5%. ໃນຂະນະນັ້ນ, ມະຫາວິທະຍາໄລການຄ້າ ໄທ ກໍ່ຄາດຄະເນຄວາມເສຍຫາຍດ້ານເສດຖະກິດສຳລັບນະຄອນຫຼວງອາດຈະຂຶ້ນເຖິງ ປະມານ 7 ຕື້ບາດ ແລະຄວາມເສຍຫາຍທັງໝົດໃນທົ່ວປະເທດແມ່ນປະມານ 12,3 ຕື້ ບາດ.
ໃນຂະນະນັ້ນ, ອົງການຄຸ້ມຄອງໄພພິບັດອິນເດຍ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໂດຍນ້ຳຖ້ວມກໍ່ຂຶ້ນ ຢູ່ລັດ Uttar Pradesh, ທາງທິດເໜືອປະເທດນີ້ ໄດ້ເພີ່ມຂຶ້ນ 81 ຄົນ. ຕາມບົດລາຍງານສະພາບການໂດຍຫ້ອງການກຳມະການຮັບຜິດຊອບການກູ້ໄພກູ້ຊີບປະກາດໃນວັນທີ 27 ກັນຍາ (ຕາມເວລາທ້ອງຖິ່ນ), ມີເຮືອນກວ່າ 2.200 ຫຼັງຖືກເປເພ ແລະ ສັດລ້ຽງກວ່າ 154 ໂຕຕາຍໃນບັນດາເຫດການທີ່ກ່ຽວຂ້ອງເຖິງຝົນຕົກນ້ຳຖ້ວມ.







