ວັນ​ທີ 2 ຕຸ​ລາ, ເວ​ທີ​ປາ​ໄສ​ທະ​ເລ ຫວຽດ​ນາມ 2026 ດ້ວຍ​ຫົວ​ຂໍ້ “ກ​ານ​ຮ່ວມ​ມື ແລະ ເຊື່ອມ​ໂຍງ​ສາ​ກົນ​ໃນ​ການ​ສ້າງ​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ທະ​ເລ​ເຂັ້ມ​ແຂງ” ໂດຍ​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ) ຈັດ​ຂຶ້ນ ໄດ້​ອັດ​ລົງ. ດ້ວຍ​ຫົວ​ຂໍ້ “ຮ່ວມ​ມື ແລະ ເຊື່ອມ​ໂຍງ​ສາ​ກົນ ໃນ​ການ​ສ້າງ​ຫວຽດ​ນາມເປັນປະເທດ​ເຂັ້ມ​ແຂງທາງດ້ານທະເລ”, ເວ​ທີ​ປາ​ໄສ​ທະ​ເລ ຫວຽດ​ນາມ 2026 ໄດ້​ດຳ​ເນີນ​ໃນ​ບັນ​ຍາ​ກາດ​ປຶກ​ສາ​ຫາ​ລື, ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ແນະ, ການ​ສະ​ເໜີ​ບຸ​ລິ​ມະ​ສິດ ແລະ ມາດ​ຕະ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ສ້າງ ແລະ ພັດ​ທະ​ນາ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ທະ​ເລ​ເຂັ້ມ​ແຂງ. ຜ່ານ​ນັ້ນ, ເວ​ທີ​ປາ​ໄສ​ປະ​ກອບ​ສ່ວນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ປະ​ກອບ​ສ່ວນ​ຢ່າງ​ຕັ້​ງ​ໜ້າ​ເຂົ້າ​ກ​ານ​ຄຸ້ມ​ຄອງ ທະ​ເລ ແລະ ມະ​ຫາ​ສະ​ໝຸດ​ແບບ​ຍືນ​ຍົງ.