ໃນ​ຂອບ​ເຂດ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ​ຄັ້ງ​ທີ 2, ວັນ​ທີ 2 ຕຸ​ລາ, ບັນ​ດາ​ຜູ້​ແທນ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ, ລົງ​ຕົວ​ຈິງວັດ​ທະ​ນະ​ທຳ​ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ. ລາຍ​ການ​ໄດ້​ປະ​ກອບ​ສ່ວນ​ແນະ​ນຳ​ຄວາມ​ເປັນຫຼາຍ​ຮູບ​ຫຼາຍ​ແບບ, ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ປະ​ຊາ​ຄົມ 54 ຊົນ​ເຜົ່າ ຫວຽດ​ນາມ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ, ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ ກັ​ບ​ເພື່ອນ​ມິດ​ສາ​ກົນ. ໃນ​ວິ​ວັດ​ການ, ບັນ​ດາ​ຜູ້​ແທນ​ສາ​ກົນ ໄດ້​ລົງ​ຕົວ​ຈິງຫຼາຍ​ສີ​ສັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ, ຈາກ​ສຽງ​ຕີ​ຄ້ອງ, ການ​ຟ້ອນ​ພື້ນ​ເມືອງ ຂອງ​ເຜົ່າ​ເມື່ອງ, ໄຕ​ງວຽນ ຈົນ​ຮອດ​ອາ​ຊີບ​ຕ່ຳ​ແຜ່ນ​ແຢງ ແລະ ອາ​ຫານ​ຂອງ​ເຜົ່າ​ຕ່າ​ໂອຍ. ບັນ​ດາ​ການ​ລົງ​ຕົວ​ຈິງ​ທີ່​ໃກ້​ຊິດ, ມີ​ຊີ​ວິດ​ວີ​ຊາ​ ບໍ່​ພຽງ​ແຕ່​ຊ່ວຍ​ເພື່ອຍ​ມິດ​ສາ​ກົນ ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຄວາມຫຼາກຫຼາຍ​ວັດ​ທະ​ນະ​ທຳ ຂອງ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ.