ຕອນ​ຄ່ຳ​ວັນ​ທີ 2 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ບຸນ​ປຶ້​ມ​ຮ່າ​ໂນ້ຍ​ຄັ້ງ​ທີ XI ປີ 2026 ດ້ວຍ​ຫົວ​ຂໍ້ “ປຶ້ມ​ເປີດ​ປັນ​ຍາ - ເຕັກ​ໂນ​ໂລ​ຢີ​ນຳ​ພາ​ອະ​ນາ​ຄົດ”, ໂດຍ​ສະ​ເຫຼີ​ມ​ສະຫຼອງ 72 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ​ຮ່າ​ໂນ້ຍ (10/10/1954 - 10/10/2026) ແລະ 74 ປີ​ແຫ່ງວັນ​ມູນ​ເຊື້​ອ​​ຂະ​ແໜງ​ພິມ​ຈຳ​ໜ່າຍປຶ້ມ ຫວຽດ​ນາມ (10/10/1954 - 10/10/2026). ວັນ​ປຶ້ມ​ຮ່າ​ໂນ້ຍ​ປີ 2026 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 1 ຕຸ​ລາ ຫາ​ວັນ​ທີ 4 ຕຸ​ລາ 2026 ຢູ່​ຖະ​ໜົນ​ຄົນ​ຍ່າງ​ໜອງ​ຮ່​ວານ​ກຽມ, ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 31 ຫົວໜ່ວຍ​ພິມ​ຈຳ​ໜ່າຍ​ໃນ​ທົ່ວ​ປະ​ເທດ. ງານ​ບຸນປຶ້ມປີ​ນີ້ ມີຫຼາຍ​ເນື້ອ​ໃນ​ເປັນ​ໜ້າ​ສົນ​ໃຈ​ຄື: ງານ​ວາງ​ສະ​ແດງ​ປຶ້ມ ແລະ ເອ​ກະ​ສານ​ກ່ຽວ​ກັບ​ທັງ​ລອງ ຮ່າ​ໂນ້ຍ, ສະ​ຖານ​ທີ່​ພິມ​ຈຳ​ໜ່າຍ​ເອ​ເລັກ​ໂຕ​ນິກ, ປຶ້ມ​ເວົ້າ, ປຶ້ມຫຼາຍ​ພາ​ຫະ​ນະ, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ, ໂອ້​ລົມ​ສົນ​ທະ​ນາ, ສະເໜີປຶ້ມຕໍ່ຜູ້ອ່ານ, ການ​ທຸ​ລະ​ກຳ ແລະ ແລກ​ປ່ຽນ​ລິຂະສິດ. ພິ​ເສດ, ງານ​ບຸນ​ປຶ້ມ​ແມ່​ນ​ບ່ອນ​ເຊື່ອມ​ຕໍ່​ພູມ​ປັນ​ຍາ, ວັ​ດ​ທະ​ນະ​ທຳ​ການ​ອ່ານ ແລະ ເຕັກ​ໂນ​ໂລ​ຢີ, ນຳ​ມ​າ​ເຊິ່ງ​ການ​ລົງ​ຕົວ​ຈິງ​ໃໝ່​ໃຫ້​ແກ່​ຜູ້​ອ່ານ.