ຕອນເຊົ້າວັນທີ 3 ຕຸລາ, ກອງທັບສ.ເກົາຫຼີ ຫາກໍ່ຢັ້ງຢືນ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີຢ່າງໜ້ອຍສຸດ 1 ລູກອອກສູ່ເຂດທະເລທາງທິດຕາເວັນອອກແຫຼມເກົ່າຫຼີ. ເຫດຍິງໄດ້ພົບເຫັນຕອນເວລາປະມານ 6 ໂມງ 30 ນາທີໃນວັນທີ 3 ຕຸລາຢູ່ເຂດ Wonsan ເຂດຝັ່ງທະເລທາງທິດຕາເວັນອອກ ສປປ.ເກົາຫຼີ. ລູກສອນໄຟໄດ້ບິນກວ່າ 700 ກີໂລແມັດ. ປັດຈຸບັນ, ກອງທັບ ສ.ເກົາລີ ເພີ່ມທະວີການຕິດຕາມຄວາມສາມາດ ສປປ.ເກົາຫຼີ ດຳເນີນບັນດາເຫດຍິງອື່ນໆ ແລະ ຮັກສາສະພາບການກຽມພ້ອມການສູ້ຮົບຢູ່ລະດັບສູງສຸດ, ພ້ອມທັງແບ່ງປັນຂໍ້ມູນທີ່ກ່ຽວຂ້ອງກັບ ອາເມລິກາ ແລະ ຍີ່ປຸ່ນ.





