ວັນ​ທີ 2 ຕຸ​ລາ, ທ່ານ​ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ປະ​ກາດ​ວ່າ ວໍ​ຊິງ​ຕັນ ບໍ່​ຈັດ​ວາງ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ diesel, ພ້ອມ​ທັງ​ອອກ​ສຽງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ການ​ກະ​ທຳ ​ເປີດ​ສາງ​ສຳ​ຮອງ​ນ້ຳ​ມັນ​ເຊື້ອ​ໄ​ຟ​ດ່ວນ ​ໃຫ້​ແກ່​ບັນ​ດາ​ປະ​ເທດ ເອີ​ລົບ. ໂດຍ​ຕອບ​ຄຳ​ຖາມ​ຂອງວົງ​ການ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວ ກ່ຽວ​ກັບ ​ຄຳ​ສັ່ງ​ຫ້​າມ​ສົ່ງ​ອອກ​ນ້ຳ​ມັນ diesel ຂອງ​ອາ​ເມ​ລິກາ ຖືກ​ຍົກ​ເລີກ​ແລ້​ວ​ບໍ່, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຢັ້ງ​ຢືນ​ວ່າ ວິ​ທີ​ການ​ນັ້ນ​ບໍ່​ມີ​ເວ​ລາ​ໃດ​ໄດ້​ຮັບ​ການ​ຊັ່ງ​ຊາ. ການ​ນຳ​ອາ​ເມ​ລິ​ກາ ກໍ່ຕີ​ລາ​ຄາ​ວ່າ ເອີ​ລົບ ກຳ​ມະ​ສິດ​ແຫຼ່ງ​ສະ​ໜອງ ນ້ຳ​ມັນ diesel ທີ່​ອຸ​ດົມ​ສົມ​ບູນ ແລະ ຈະ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດ​ໃຫ້​ແກ່​ໂລກ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 22 ກັນ​ຍາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເຄີຍ​ເຕື້ອງ​ເຖິງ​ຄວາມ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ນ້ຳ​ມັນ diesel, ເຊິ່ງ​ແມ່ນ​ມາດ​ຕະ​ການ​ເຖິງວ່າ​ໄດ້​ປະ​ກອບ​ສ່ວນ​ຊ່ວຍຫຼຸດ​ຜ່ອ​ນ​ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ຜູ້​ບໍ​ລິ​ໂພກ​ຢູ່​ພື້​ນ​ຖານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ, ແຕ່​ມີ​ຄວາມ​ສ່ຽງ​ເຮັດ​ໃຫ້​ຕະຫຼາດ​ສາ​ກົນ​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ຂາດ​ເຂີນ​ແຫຼ່​ງ​ສະ​ໜອງ.