ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແລ້ວ, ພາຍຫຼັງ 4 ເດືອນທີ່ຜັນຂະຫຍາຍ, ຮອດວັນທີ 25 ກໍລະກົດ, ບັ້ນ 500 ວັນ ແລະ ຄືນຍູ້ແຮງການປະຕິບັດວຽກງານຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ເກືອບ 1.500 ອັດຖິ ໃນນັ້ນ ມີ 466 ອັດຖິໄດ້ຄົ້ນພົບພາຍໃນປະເທດ, 174 ອັດຖິຢູ່ ລາວ ແລະ 850 ອັດຖິຢູ່ ກຳປູເຈຍ. ພ້ອມກັນນັ້ນ, ກຳລັງທີ່ມີໜ້າທີ່ຮັບຜິດຊອບກໍ່ໄດ້ພົບເຫັນ 7 ຂຸມຝັງສົບລວມໝູ່ນັກຮົບເສຍສະຫຼະຊີວິດເພື່ອຊາດ, ລວມມີ: 5 ຂຸມຝັງສົບລວມໝູ່ຢູ່ ຕວຽນກວາງ ໂດຍມີອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 23 ອັດຖິ, ຢູ່ສວນສາທາລະນະ ເລທິຣຽງ (ນະຄອນ ໂຮ່ຈີມິນ) ພົບເຫັນ 103 ອັດຖິ ພ້ອມກັບຂຸມຝັງສົບລວມໝູ່ໜຶ່ງມີ 2 ອັດຖິ.
ປັດຈຸບັນມີ 32 ໜ່ວຍງານຄົ້ນຫາ, ທ້ອນໂຮມ ດ້ວຍຈຳນວນນາຍທະຫານເຂົ້າຮ່ວມ 1.541 ຄົນ, ລວມມີ 13 ໜ່ວຍງານພາຍໃນປະເທດ ແລະ 19 ໜ່ວຍງານປະຕິບັດໜ້າທີ່ຢູ່ ລາວ, ກຳປູເຈຍ. ບັນດາກົມກອງໄດ້ຈັດພິທີກ່າວໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 13 ຄັ້ງ, ຮັບ 735 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອເຮັດພິທີປົງອັດຖິຕາມຂໍ້ກຳນົດ.




