ກະ​ຊວງ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ໃຫ້​ຮູ້​ວ່າ ຍີ່​ປຸ່ນ ແລະ ຟີ​ລິບ​ປິນ ຫາ​ກໍ່​ແລກ​ປ່ຽນ​ເອ​ກະ​ສານ​ທາງ​ການ​ທູດ​ກ່ຽວ​ກັບ​ການ​ສັນ​ຍາ​ຊື້​ຂາຍ ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະກັນ (ACSA) ລະ​ຫວ່າງ​ສອງ​ຝ່າຍ ​ທີ່​ມີ​ຜົນ​ບັງ​ຄັບ​ໃຊ້. ສັນ​ຍາ​ສະ​ບັບ​ນີ້​ໄດ້​ສ້າງຕັ້ງ​ຂອບ​ເຂດ​ທີ່​ກ່ຽວ​ຂ້ອງ​ເຖິງບັນ​ດາ​ລະ​ບຽບ​ການ​ຊຳ​ລະ​ໃຫ້​ການ​ສະ​ໜອງ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນຕົວ ​ຍີ່​ປຸ່ນ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ ຟີ​ລິບ​ປິນ.

ເອ​ກະ​ສານ​ສະ​ບັບ​ນີ້​ໂດຍ ​ທ່ານ Motegi Toshimitsu ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຍີ່​ປຸ່ນ ແລະ ທ່າ​ນນາງ Maria Theresa Lazaro ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟີ​ລິບ​ປິນ ​ລົງ​ນາມ​ໃນ​ວັນ​ທີ 15 ມັງ​ກອນ ຢູ່​ ມາ​ນີ​ລາ. ຂໍ້​ຕົກ​ລົງ​ສະ​ບັບ​ນີ້​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນຕົວ ​ຍີ່​ປຸ່ນ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ ຟີ​ລິບ​ປິນ​ ເພື່​ອ​ຮັບ​ໃຊ້​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ຂອງ​ ຍີ່​ປຸ່ນ ແລະ ອະ​ນຸ​ຍາດໃຫ້ ​ຍີ່​ປຸ່ນ ​ປະ​ກອບ​ສ່ວນ​​ເຂົ້າໃນ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ຊາ​ຄົມ​ສາ​ກົນຢ່າ​ງ​ຕັ້ງ​ໜ້າກວ່າ​ອີກ. ດ້ວຍ​ການ​ແລກ​ປ່ຽນ​ເອ​ກະ​ສານ​ທາງ​ການ​ທູດ​ດັ່ງ​ກ່າວ, ສັນ​ຍາ​ສະ​ບັບ​ນີ້​ຈະ​ມີ​ຜົນ​ບັງ​ຄັ​ບ​ໃຊ້​ແຕ່​ວັນ​ທີ 22 ສິງ​ຫາ​ ຈະ​ມາ​ເຖິງ.